ລີເວີພູລ ຈ້າງນັກສຸຂະພາບຈິດເບິ່ງແຍງດາວຮຸ່ງຮັບມືກັບໂລກໂຊຊຽວ

ລີເວີພູລ ໄດ້ວ່າຈ້າງທີ່ປຶກສາດ້ານສຸຂະພາບຈິດເພືື່ອປົກປ້ອງນັກເຕະຜູ້ອາຍຸຍັງນ້ອຍທີ່ອາດໄດ້ຮັບຜົນກະທົບຈາກສື່ສັງຄົມອອນລາຍ ໂດຍວ່າຈ້າງ ອິສເບລ ສະຕຣາເກີ ນັກບຳບັດທາງຈິດຕະເວດ ລະດັບແນວຫນ້າເພື່ອໃຫ້ຄຳປຶກສາ ແລະ ແນະນຳນັກເຕະແບບຕົວຕໍ່ຕົວ ແລະ ຊ່ວຍໃຫ້ຮັບມືກັບການສຽດສີຜິວ ແລະ ການມີຊື່ສຽງຢ່າງໄວວາ.
ການຕັດສິນໃຈຄັ້ງນີ້ຂອງລີເວີພູລ ເກີດຂຶ້ນຫລັງຈາກນັກເຕະຊັ້ນນຳຢ່າງ ເທຣນ ອາເລັກຊານເດີ ອາໂນລ ແລະ ຊາດີໂອ ມາເນ ຕົກເປັນເຫຍື່ອຖືກສຽດສີຜິວຢ່າງຫຍາບຄາຍໃນໂລກອອນລາຍເມື່ອປີກາຍ ແລະ ໃນເດືອນຜ່ານມາ ຈໍແດນ ເຮນເດີສັນ ຫົວຫນ້າທີມສະແດງຄວາມວິຕົກວ່າບໍ່ມີໃຜໃສ່ໃຈເບິ່ງແຍງສະວັດດີການຂອງນັກເຕະດ້ວຍຄວາມລະມັດລະວັງແທ້ໆ.
ແຫລ່ງຂ່າວກ່າວວ່າ : ລີເວີພູລ ໃຫ້ຄວາມສຳຄັນກັບສຸຂະພາບຈິດຂອງນັກເຕະຢ່າງຫລາຍ ແຕ່ໃນປີທີ່ຜ່ານມາ ການລ່ວງລະເມີດບາງຢ່າງທີ່ເກີດຂຶ້ນກັບທີມຊຸດໃຫຍ່ນັ້ນເປັນສິ່ງທີ່ຫນ້າລັງກຽດ ສະໂມສອນມີຄວາມກະຕືລືລົ້ນທີ່ຈະເຮັດໃຫ້ຫມັ້ນໃຈວ່ານັກເຕະອາຍຸຍັງນ້ອຍທີ່ພວມກ້າວຂຶ້ນມາ ຫລື ຫາກໍຂຶ້ນທີມຊຸດໃຫຍ່ ຈະກຽມພ້ອມສຳລັບສິ່ງທີ່ຈະເກີດຂຶ້ນທາງອອນລາຍ.
‘‘ ການລໍ້ລຽນນັກເຕະບາງຄົນໂຫດຮ້າຍຢ່າງທີ່ເຄີຍເປັນມາໃນໄລຍະ 12 ເດືອນທີ່ຜ່ານມາ ແລະທີ່ປຶກສາດ້ານສຸຂະພາບຈິດຄົນໃຫມ່ຈະເປີດໂອກາດໃຫ້ຜູ້ຫລິ້ນອາຍຸຍັງນ້ອຍໄດ້ໂອ້ລົມກ່ຽວກັບການລ່ວງລະເມີດທີ່ໄດ້ຮັບ ແລະ ຮັບຄຳແນະນຳ ລີເວີພູລ ເປັນສະໂມສອນທຳອິດໃນພຣີເມຍລີກທີ່ຈ້າງຄົນມາເບິ່ງແຍງນັກເຕະດາວຮຸ່ງຂອງພວກເຂົາ ’’.
ສະຕຣາເກີ ທີ່ເປັນຜູ້ກໍ່ຕັ້ງສະຖາບັນທີ່ປຶກສາ ‘‘ ໄອ ສະຕຣາເກີ ’’ ໃນປີ 2000 ຈະເຮັດວຽກຮ່ວມກັບທີມ ແລະ ທີມອາຍຸຕ່ຳກວ່າ 23 ປີ ໃນເວັບໄຊຂອງສະໂມສອນຍັງລະບຸວ່າ ລາວມີຄວາມສົນໃຈເປັນພິເສດໃນການເພີ່ມປະສິດທິພາບການເຮັດວຽກ ເຊິ່ງສະຫນັບສະຫນູນຜູ້ທີ່ອາດມີບັນຫາເນື່ອງຈາກສຸຂະພາບຈິດ.

