ອາເຊນອລ ກຽມຕໍ່ສັນຍາ ອາເຕຕາ ປ້ອງກັນ ແມນຊິຕີ ດຶງໄປຮ່ວມທີມ

ອາເຊນອລ ຕົກເປັນຂ່າວຍື່ນສັນຍາສະບັບໃຫມ່ 2 ປີ ໃຫ້ ມິເກລ ອາເຕຕາ ຜູ້ຈັດການທີມພິຈາລະນາ ເພື່ອປ້ອງກັນ ແມນເຊສເຕີ ຊິຕີ ຫລັງມີຂ່າວວ່າ ເຮືອໃບສີຟ້າ ອາດດຶງກັບໄປຄຸມທີມ ຫລັງ ເປບ ກວາດີໂອລາ ວາງມື.
ອາເຊນອລ ທີມດັງໃນພຣີເມຍລີກອັງກິດ ຕົກເປັນຂ່າວວ່າພວມກຽມຍື່ນຂໍ້ສະເຫນີສະບັບໃຫມ່ເປັນເວລາ 2 ປີ ໃຫ້ ມິເກລ ອາເຕຕາ ຜູ້ຈັດການທີມພິຈາລະນາ ຫລັງສັນຍາສະບັບປັດຈຸບັນພວມຈະຫມົດລົງໃນປີ 2023 ເພື່ອປ້ອງກັນ ແມນເຊສເຕີ ຊິຕີ ທີມໃຫຍ່ຮ່ວມລີກທີ່ມີຂ່າວວ່າອາດດຶງຕົວຜູ້ຈັດການທີມຊາວສະເປນກັບໄປຄຸມທີມ ຫລັງ ເປບ ກວາດີໂອລາ ຜູ້ຈັດການທີມຄົນປັດຈຸບັນວາງມື.
ລາຍງານລະບຸວ່າ ສັນຍາສະບັບປັດຈຸບັນຂອງ ອາເຕຕາ ຈະຫມົດລົງໃນປີ 2023 ເຊິ່ງເປັນຊ່ວງເວລາດຽວກັນກັບທີ່ສັນຍາຂອງ ເປບ ກວາດີໂອລາ ກັບ ແມນຊິຕີ ຈະຫມົດລົງພໍດີ ຈຶ່ງມີຂ່າວວ່າ ແມນຊິຕີ ອາດສົນໃຈດຶງ ອາເຕຕາ ທີ່ກ່ອນຫນ້ານີ້ເຄີຍເປັນມືຂວາຂອງ ເປບ ໃນຖິ່ນເອຕິຮັດ ສະເຕດ້ຽມ ກັບໄປຄຸມທີມ ເຖິງຜົນງານທີ່ຜ່ານມາໃນການຄຸມທີມຂອງ ອາເຊນອລ ຂອງຜູ້ຈັດການທີມອາຍຸ 39 ປີ ຈະຍັງບໍ່ເຂົ້າຕາເທົ່າທີ່ຄວນກໍຕາມ ດ້ວຍເຫດນີ້ ຈຶ່ງມີຂ່າວວ່າທີມດັງແຫ່ງນະຄອນຫລວງລອນດອນ ກຽມສະເຫນີສັນຍາໃຫມ່ອີກ 2 ປີ ໃຫ້ລາວພິຈາລະນາ ເຖິງວ່າ ເມື່ອບໍ່ດົນມານີ້ ອາເຕຕາ ຈະເຄີຍເວົ້າວ່າຕອນນີ້ຍັງບໍ່ຄິດເລື່ອງອະນາຄົດການເຮັດວຽກໃນຖິ່ນ ເອມິເຣດ ສະເຕດ້ຽມ ກໍຕາມ.

