ເຊລຊີ ຖືກກະທົບໂດຍກົງ, ຟີຟາ ອອກກົດໃຫມ່ຈຳກັດຈຳນວນຢືມຕົວນັກເຕະ ເລີ່ມ 1 ກໍລະກົດ

ສະຫະພັນບານເຕະນາໆຊາດ (FIFA) ປະກາດກົດໃຫມ່ວ່າດ້ວຍການຢືມຕົວນັກເຕະທີ່ຈະມີຜົນບັງຄັບຕັ້ງແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ ໂດຍກຳນົດໃຫ້ແຕ່ລະສະໂມສອນທົ່ວໂລກໃນລະດູການ 2022-2023 ຢືມຕົວນັກເຕະຈາກທີມອື່ນທີ່ບໍ່ຢູ່ໃນປະເທດດຽວກັນໄດ້ບໍ່ເກີນ 8 ຄົນ ແລະ ໃຫ້ທີມຈາກຕ່າງແດນຢືມຕົວນັກເຕະໃນສັງກັດໄດ້ບໍ່ເກີນ 8 ຄົນເຊ່ັນດຽວກັນ.
ຈາກນັ້ນລະດູການ 203-2024 ໂກຕ້າຢືມຕົວຈາກສະໂມສອນນອກປະເທດ ແລະ ໃຫ້ທີມໃນຕ່າງແດນຢືມຕົວຈະຫລຸດລົງເຫລືອຢ່າງລະ 7 ຄົນ ກ່ອນຫລຸດລົງອີກເຫລືອ 6 ຄົນໃນລະດູການຖັດໄປ.
ແຕ່ກົດນີ້ ຟີຟາຍັງບໍ່ນັບລວມການຢືມຕົວຜູ້ຫລິິ້ນຈາກທີມໃນປະເທດດຽວກັນໃນລະດູການ 2022-2023 ແນວໃດກໍຕາມ ຟີຟາ ໄດ້ກຳນົດໃຫ້ສະມາຄົມບານເຕະຂອງແຕ່ລະຊາດຈະຕ້ອງປັບການຢືມຕົວພາຍໃນປະເທດໃຫ້ສອດຄ້ອງກັບລະບົບໃຫມ່ພາຍໃນໄລຍະເວລາ 3 ປີ.
ນອກຈາກນີ້ ຜູ້ຫລິ້ນທີ່ອາຍຸບໍ່ເກີນ 21 ປີ ຫລືນັກເຕະທີ່ເຕີບໂຕມາຈາກທີມເຍົາວະຊົນຂອງສະໂມສອນ ຈະບໍ່ຖືກນັບເປັນການຢືມຕົວລະຫວ່າງປະເທດຕາມກົດໃຫມ່.
ສ່ວນລາຍລະອຽດເພີ່ມຕື່ມກ່ຽວກັບກົດການຢືມຕົວໃຫມ່ຂອງ ຟີຟາ ມີດັ່ງນີ້:
- ນັບຕັ້ງແຕ່ລະດູການ 2022-2023 ແຕ່ລະສະໂມສອນຈະຢືມຕົວຜູ້ຫລິ້ນຈາກທີມດຽວກັນໄດ້ບໍ່ເກີນ 3 ຄົນ ແລະ ໃຫ້ທີມດຽວກັນຢືມຕົວນັກເຕະໃນສັງກັດໄດ້ບໍ່ເກີນ 3 ຄົນ.
- ສັນຍາຢືມຕົວຈະຕ້ອງຄອບຄຸມຕາມໄລຍະເວລາຂອງຕະຫລາດນັກເຕະຢ່າງຫນ້ອຍ 1 ໄລຍະ ແລະມີໄລຍະເວລາສູງສຸດໄດ້ບໍ່ເກີນ 1 ປີ.
- ສະໂມສອນຕ້ອງຈັດທຳເອກະສານຂໍ້ຕົກລົງເປັນລາຍລັກອັກສອນເຊິ່ງກຳນົດເງື່ອນໄຂການຢືມຕົວ ລວມທັງໄລຍະເວລາ ແລະ ເງື່ອນໄຂດ້ານການເງິນ.
- ສຳລັບກົດນີ້ ຟີຟາ ເຄີຍວາງແຜນວ່າຈະເລີ່ມບັງຄັບໃຊ້ຕັ້ງແຕ່ເດືອນກໍລະກົດປີ 2020 ແຕ່ຕ້ອງລໍຖ້າແຜນນີ້ອອກໄປເນື່ອງຈາກເກີດການແຜ່ລະບາດຂອງພະຍາໂຄວິດ-19 ໂດຍຟີຟາ ລະບຸວ່າກົດໃຫມ່ຈະຊ່ວຍໃນການພັດທະນາຜູ້ຫລິ້ນດາວຮຸ່ງ, ສົ່ງເສີມຄວາມສົມດຸນຂອງການແຂ່ງຂັນ ແລະ ປ້ອງກັນການັກຕຸນຜູ້ຫລິ້ນ.
- ທັງນີ້ ເຊລຊີ ຫນ້າຈະໄດ້ຮັບຜົນກະທົບຈາກກົດນີ້ຫລາຍທີ່ສຸດ ເນື່ອງຈາກເວລານີ້ທີມດັງໃນພຣີເມຍລີກ ມີຈຳນວນນັກເຕະທີ່ປ່ອຍໃຫ້ທີມອື່ນເຖິງ 21 ຄົນ ເຊິ່ງມີເຖິງ 8 ຄົນທີ່ຖືກຢືມຕົວໂດຍສະໂມສອນໃນຕ່າງແດນ.

