ປະກາດບົ່ງຕົວແຕ່ງຕັ້ງ ເລຂາ-ຮອງເລຂາ ແລະ ກໍາມະການຂອງໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານກົມສ່ວຍສາອາກອນ
ວັນທີ 21 ມັງກອນ 2022 ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີການປະກາດບົ່ງຕົວແຕ່ງຕັ້ງ ເລຂາ-ຮອງເລຂາ ແລະ ກໍາມະການຂອງໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານກົມສ່ວຍສາອາກອນ ໂດຍການເປັນປະທານຂອງສະຫາຍ ບຸນປະເສີດ ສີກຸນລະບຸດ ກໍາມະການພັກກະຊວງ ເລຂາຄະນະພັກຮາກຖານກົມສ່ວຍສາອາກອນ, ຫົວໜ້າກົມສ່ວຍສາອາກອນ, ມີບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ສົມບູນ, ສໍາຮອງເຂົ້າຮ່ວມ.
ໃນພິທີສະຫາຍ ວິເລດ ກິນນາວົງ ຄະນະພັກຮາກຖານ, ຮອງຫົວໜ້າກົມສ່ວຍສາອາກອນ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຈັດແບ່ງໜ່ວຍພັກ ແລະ ປະກາດການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກໍາມະການ ຂອງໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກົມສ່ວຍສາອາກອນ ເຊິ່ງປະກອບມີ 8 ໜ່ວຍພັກຄື:
ໜ່ວຍພັກຈັດຕັ້ງ, ບໍລິຫານ, ການເງິນ ແລະ ຝຶກອົບຮົມ, ພັດທະນາບຸກຄະລາກອນ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຈັນທະລາ ຫຼ່ຽມໄມຕີຣ ເປັນເລຂາໜ່ວຍພັກ, ສະຫາາຍ ສູນທອນ ສຸລິສັກ ເປັນຮອງເລຂາໜ່ວຍພັກ, ສະຫາຍຂັນທອງ ພະລະຄອນ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກກວດກາພາຍໃນ ບົ່ງຕົວແຕ່ງຕັ້ງ ສະຫາຍ ກິແກ້ວ ດາລາວັນ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ສົມຮັກ ຈ່າຍາທິວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ອ້ວນຈິດຕະວົງ ສິມວັນທາ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກ ນິຕິກໍາ ບົ່ງຕົວແຕ່ງຕັ້ງ ສະຫາຍ ສີໄວ ວິໄລຫານ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ກອງສີ ນາມມະວົງມີໄຊ ເປັນຮອງເລຂາໜ່ວຍພັກ, ສະຫາຍ ວັນພະໄຊ ແກ້ວສົມພັນ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກຄຸ້ມຄອງຂໍ້ມູນຂ່າວສານອາກອນ ແລະ ແຜນການ-ຮ່ວມມືອາກອນສາກົນ ບົ່ງຕົວແຕ່ງຕັ້ງ ສະຫາຍ ພຸດທະສັກ ພົມມະຈັກ ເປັນເລຂາໜ່ວຍພັກ, ສະຫາຍ ອານຸວົງ ບົວພັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ປອ ອຸ່ນຄໍາ ກອງຈໍາປາ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກຄຸ້ມຄອງລາຍຮັບບໍ່ແມ່ນພາສີ-ອາກອນ ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນສະຫວັນ ວິໄລສອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນທອງ ວັນທາວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ອຸລາລັກ ແກ້ວຈັນເພັງ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກຄຸ້ມຄອງລາຍຮັບສ່ວຍສາອາກອນ ບົ່ງຕົວແຕ່ງຕັ້ງ ສະຫາຍ ວ່າງເຢຍ ໄຊນາລໍ່ ເປັນເລຂາໜ່ວຍພັກ, ສະຫາຍ ພູມິນ ຈັນທະລັງສີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ຄໍາດາລາ ພະເມືອງ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກຄຸ້ມຄອງອາກອນມູນຄ່າເພີ່ມ ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນຈັນ ວໍນະລາດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ໄພປານີ ຈູມມະລີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ສາຍຄໍາ ລໍຄໍາໂຫຼ້ຍ ເປັນກໍາມະການໜ່ວຍພັກ.
ໜ່ວຍພັກບໍລິຫານຄວາມສ່ຽງ ແລະ ກວດກາ ບົ່ງຕົວແຕ່ງຕັ້ງ ສະຫາຍ ລັດສະໝີ ທອງບົວສີ ເປັນເລຂາໜ່ວຍພັກ, ສະຫາຍ ອາວີນາ ຫຼວງອາມາດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ສົມພອນ ພິມມະສອນ ເປັນກໍາມະການໜ່ວຍພັກ.
ພ້ອມນັ້ນ, ກໍ່ຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກົມສ່ວຍສາອາກອນ ວ່າດ້ວຍການບັນຈຸຊັບຊ້ອນພະນັກງານຍົກຍ້າຍ ຈາກສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ມາສັງກັດຢູ່ກົມສ່ວຍສາອາກອນ ເຊິ່ງຫົວໜ້າກົມສ່ວຍສາອາກອນ ໄດ້ຕົກລົງເຫັນດີຊັບຊ້ອນພະນັກງານສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ບັນຈຸເຂົ້າຊ່ວຍວຽກ ຢູ່ແຕ່ລະພະແນກຂອງກົມສ່ວຍສາອາກອນ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ໂອກາດດັ່ງກ່າວ, ສະຫາຍ ບຸນປະເສີດ ສີກຸນລະບຸດ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນເພື່ອເປັນທິດຊີ້ນໍາ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ການປະກາດໜ່ວຍພັກໃນຄັ້ງນີ້ ມີຄວາມຈໍາເປັນຫຼາຍ ເພື່ອໃຫ້ສອດຄ່ອງກັບໂຄງປະກອບການຈັດຕັ້ງຂອງກົມສ່ວຍສາອາກອນ ທີ່ໄດ້ມີການປັບປຸງການຈັດຕັ້ງໃໝ່ ແລະ ທັງໄດ້ເນັ້ນໃຫ້ເລຂາໜ່ວຍພັກ ພ້ອມດ້ວຍຄະນະໜ່ວຍພັກ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ ຕ້ອງໄດ້ເຕົ້າໂຮມກວດກາສະມາຊິກພັກໃນໜ່ວຍພັກຂອງຕົນ, ດໍາເນີນຊີວິດພັກສະຫຼຸບຕີລາຄາຖອດຖອນບົດຮຽນ ການເຄື່ອນໄຫວວຽກງານ, ມີຄວາມເປັນແບບຢ່າງໃນການນໍາພາສະມາຊິກພັກ, ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສ້າງຂະບວນການໃຫ້ຟົດຟື້ນ ເຮັດໃຫ້ເປັນອົງກອນທີ່ນໍາໜ້າ, ກໍ່ສ້າງມະຫາຊົນກ້າວໜ້າ ເຂົ້າສູ່ອົງການຈັດຕັ້ງພັກ ໃຫ້ມີທັດສະນະທີ່ໜັກແໜ້ນ ຜ່ານຂະບວນການ ມີມາດຖານທີ່ຄົບຖ້ວນ ໂດຍເນັ້ນໃສ່ຄຸນນະພາບໃຫ້ຫຼາຍຂຶ້ນ, ໃຫ້ມີຄວາມເປັນແບບຢ່າງຂອງສະມາຊິກພັກ ສາມາດຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດລົງ ທັງສືບຕໍ່ມູນເຊື້ອ ເພື່ອເຮັດໃຫ້ວຽກງານສ່ວຍສາອາກອນນັບມື້ເຂັ້ມແຂງຂຶ້ນ, ສໍາລັບບັນດາສະຫາຍ ທີ່ໄດ້ຮັບການຍົກຍ້າຍມາຮັບໜ້າທີ່ຢູ່ກົມສ່ວຍສາອາກອນ ຕ້ອງໄດ້ມີການຈັດວາງໜ້າວຽກໃຫ້ເໝາະສົມ ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຮຽນຮູ້ບັນດາໜ້າວຽກຕາມແຕ່ລະພະແນກມອບໝາຍໃຫ້ ຮັບປະກັນໃຫ້ໜ້າວຽກສໍາເລັດຜົນ.

