ປະທານປະເທດ ຢ້ຽມຢາມພະນັກງານເສຍອົງຄະ ສູນ 790 ແລະ 489

ຕາມ ຂປລ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບ 73 ປີ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ພົບປະບັນດາອະດີດນາຍ ແລະ ພົນທະຫານທີ່ສູນເສຍອົງຄະພິເສດ 790 ແລະ ສູນ 489 ໃນວັນທີ 20 ມັງກອນນີ້ ໂດຍມີພະນັກງານການນຳຂອງສູນ, ພະນັກງານອະວຸໂສບຳນານ, ອະດີດນາຍ ແລະ ພົນທະຫານ ຕ້ອນຮັບ.

ປະທານປະເທດ ໄດ້ໂອ້ລົມຄະນະພັກ, ຄະນະບັນຊາສູນເສຍອົງຄະພິເສດ 790 ວ່າ: ຕະຫລອດໄລຍະຜ່ານມາ, ພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງດູແລໃກ້ຊິດຕິດແທດຕາມຄວາມສາມາດ ແລະ ກໍາລັງທີ່ມີດ້ວຍ ຄວາມເປັນຫ່ວງເປັນໃຍຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີທາງເພື່ອຊ່ວຍເຫລືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ເສຍອົງຄະບໍ່ວ່າຈະເປັນການເງິນ, ງົບປະມານ, ວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ. ເຖິງວ່າບາງຄັ້ງ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕາມການສະເໜີໄດ້ທັນເວລາ, ແຕ່ພວກເຮົາກໍໄດ້ພະຍາມເພື່ອແກ້ໄຂ ແລະ ສາມາດຕອບສະໜອງໄດ້ໂດຍພື້ນຖານ.
ປະທານປະເທດ ໄດ້ອວຍພອນບັນດາລຸງ, ປ້າ, ອາວ, ອາ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ເອົາໃຈໃສ່ຮັກ ສາມູນເຊື້ອອັນດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເພື່ອເປັນແບບຢ່າງໃນການສຶກສາອົບຮົມໃຫ້ລູກ-ຫລານ ແລະ ຄອບຄົວ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຂອງສັງ ຄົມ ແລະ ກາຍເປັນຄອບຄົວພັດທະນາເອົາໃຈໃສ່ເພີ່ມທະວີການພັດທະນາເສດຖະກິດຄອບຄົວ ແລະ ສັງ ຄົມຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. ຄະນະພັກ, ຄະນະບັນຊາສູນ ຈົ່ງສືບຕໍ່ເອົາໃຈໃສ່ຄຸ້ມຄອງ ນໍາໃຊ້ວັດຖຸອຸປະກອນເພື່ອຮັບປະກັນການນໍາໃຊ້ໃຫ້ຍາວນານ, ຂໍໃຫ້ເອົາໃຈໃສ່ຮັກສາເບິ່ງແຍງສຸຂະພາບຂອງຕົນເອງໃຫ້ປາສະຈາກໂຣກໄພໄຂ້ເຈັບ. ຈາກນັ້ນ, ປະທານປະເທດ ໄດ້ມອບເຄື່ອງນຸ່ງ, ຢາປົວພະ ຍາດ ແລະ ເງິນສົດຈຳນວນໜຶ່ງໃຫ້ສູນ 790.
ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະດີດນາຍ ແລະ ພົນທະຫານທີ່ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ. ສູນນີ້ມີຫ້ອງການ, ໂຮງໝໍ, ສະໂມສອນ, ພາຫະນະຮັບໃຊ້, ອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ, ມີເນື້ອທີ່ດິນເພື່ອຈັດສັນປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະ ແລະ ດິນຜະລິດ. ປັດຈຸບັນສູນ ມີພະນັກງານເສຍອົງຄະ 44 ຄົນ, ພະນັກງານບຳນານ 52 ຄົນ, ພະນັກງານດູແລ 50 ຄົນ, ພະນັກງານປະຈຳການ 30 ຄົນ, ແພດ 5 ຄົນ, ຄະນະບັນຊາສູນ 4 ຄົນ,ມີ 3 ຂະແໜງການ.

