ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2022 ຢ່າງເປັນທາງການ

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມັງກອນ 2022 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນນີ້ ແມ່ນປະຕິບັດຕາມລະບຽບການ ແລະ ກົນໄກການເຮັດວຽກກໍ່ຄືແຜນດຳເນີນງານຂອງລັດຖະບານ ແລະ ຖືເປັນກອງປະຊຸມຄັ້ງທໍາອິດໃນປີ 2022 ເຊິ່ງກົງກັບວັນທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ຢ່າງເປັນຂະບວນຟົດຟຶ້ນພາຍໃຕ້ເງື່ອນໄຂໂຄວິດ. ສຳລັບເດືອນມັງກອນນີ້ ມີຫຼາຍເຫດການພົ້ນເດັ່ນ ເປັນຕົ້ນ ຄະນະລັດຖະບານ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການ ສາທາລະນະລັດສັງຄົມນິຍົມຫວຽດນາມ ດ້ວຍຜົນສໍາເລັດອັນຈົບງາມ, ພ້ອມນີ້ ປີ 2022 ເປັນປີໜຶ່ງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງສໍາລັບລັດຖະບານຊຸດທີ IX ທີ່ກໍາລັງກ້າວເຂົ້າສູ່ປີທີ 2 ຂອງການບໍລິຫານປະເທດລວມ ທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີສອງຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກຳນົດໄວ້ ໃຫ້ເປັນຮູບປະທໍາ ແລະ ປະສົບຜົນສໍາເລັດ.

ກອງປະຊຸມ ຈະໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 8 ວາລະສຳຄັນ ຄື:

ไม่มีคำอธิบาย

1. ບົດລາຍງານສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະສະກັດ ກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ແລະ ລາຍງານຂໍ້ຫຍຸ້ງຍາກກ່ຽວກັບການດຳເນີນທຸລະກິດຢູ່ປະເທດເຮົາ;

2. ບົດລາຍງານການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມທົ່ວປະເທດເພື່ອສ້າງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ ສາມສ້າງ, ຄົ້ນຄວ້າມາດຖານ, ເງື່ອນໄຂການຍ້ອງຍໍຄືນໃໝ່;

3. ບົດລາຍງານຜົນສໍາເລັດກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈໍາປີ 2022 ແລະ ສະເໜີທິດຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ;

4. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ;

5. ຮ່າງດຳລັດ ວ່າດ້ວຍ ເຂດສະຫງວນທາງຫຼວງ;

6. ຮ່າງວິໄສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລ ຍະ 9 ປີ (2022-2030) ແລະ ແຜນພັດທະນາໄລຍະ 4 ປີ (2022-2025);

7. ຮ່າງດຳລັດ ວ່າດ້ວຍການຂ້າສັດ, ທໍາລາຍຊາກສັດ ແລະ ຊົດເຊີຍ;

8. ຮ່າງນະໂນບາຍການສົ່ງເສີມ ການລ້ຽງສັດຕ່າງໆ ລວມທັງສັດນໍ້າ.

ເພື່ອເຮັດໃຫ້ກອງປະຊຸມບັນລຸຕາມຄາດໝາຍ ແລະ ປະສົບຜົນສໍາເລັດຢ່າງຈົບງາມ, ນາຍົກລັດ ຖະມົນຕີ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ຮັກສາເວລາ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ສະເໜີທາງອອກວິທີແກ້ໄຂທີ່ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ພິເສດເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີນີ້, ກອງປະຊຸມ ໄດ້ຈັດພິທີອວຍພອນ ແລະ ມອບກະຕ່າດອກໄມ້ໃຫ້ກະຊວງປ້ອງກັນປະເທດ ເວົ້າລວມ ເວົ້າສະເພາະ ກອງ ທັບປະຊາຊົນລາວ ໃຫ້ກຽດມອບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ຮັບໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ກອງປະຊຸມຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 20-21 ມັງກອນ 2022.

ไม่มีคำอธิบาย

ພາບ ແລະ ຂ່າວ: ກົມປະຊາສຳພັນ, ຫສນຍ