Pfizer ເຜີຍ ຢາເມັດປິ່ນປົວໂຄວິດ Paxlovid ມີປະສິດທິພາບກຳຈັດເຊື້ອໂອມິຄຣອນ

ວັນທີ 18 ມັງກອນ 2022, Pfizer ເຜີຍຜົນການສຶກສາໃນຫ້ອງທົດລອງ 3 ອັນ ລະບຸວ່າ: ຢາເມັດປິ່ນປົວໂຄວິດແພັກໂລວິດ (Paxlovid) ມີປະສິດທິພາບໃນການກຳຈັດເຊື້ອໄວຣັສໂຄໂຣນາກາຍພັນ ສາຍພັນໂອມິຄຣອນ.
ໂດຍໜຶ່ງໃນຜົນການສຶກສາພົບວ່າ: Nirmatrelvir ທີ່ເປັນສ່ວນປະກອບສຳຄັນຂອງ Paxlovid ມີປະສິດທິພາບຢັບຢັ້ງການເຮັດວຽກຂອງເອນໄຊໃນເຊື້ອໄວຣັສໂຄໂຣນາທີ່ຈະໃຊ້ໃນການຈຳລອງຕົວ ແລະ ເພີ່ມຈຳນວນເຊື້ອໄວຣັສໄດ້ ທັງໃນສາຍພັນກາຍພັນຄືໂອມິຄຣອນ ແລະ ສາຍພັນດັ້ງເດີມ.
ຂະນະທີ່ຜົນການສຶກສາທີ່ເຫລືອອີກ 2 ອັນ ສຶກສາການເຮັດວຽກຂອງ Paxlovid ແລະ ປະລິມານທີ່ຈຳເປັນຂອງ Paxlovid ທີ່ຈະໃຊ້ກຳຈັດເຊື້ອໂອມິຄຣອນ ແລະ ເຊື້ອກາຍພັນອື່ນໆ ກ່ອນໜ້ານີ້ໄດ້ຢ່າງມີປະສິດທິພາບ.
ໂດຍທ້າຍເດືອນທັນວາຜ່ານມາ, ຜູ້ບໍລິຫານລະດັບສູງຂອງ Pfizer ເຜີຍຜົນການສຶກສາເບື້ອງຕົ້ນວ່າ: ຢາເມັດ Paxlovid ມີປະສິດທິພາບໃນການຫລຸດຄວາມສ່ຽງທີ່ຈະເຂົ້າຮັບການປິ່ນປົວໃນໂຮງໝໍ ຫລື ເສຍຊີວິດ ພາຍຫລັງຕິດໂຄວິດສູງເຖິງ 89%.
ເບື້ອງຕົ້ນທາງການອາເມລິກາໄດ້ສັ່ງຊື້ຢາເມັດຊະນິດນີ້ແລ້ວ 20 ລ້ານຄອຣ໌ສ ຄາດວ່າຈະສົ່ງມອບຢາທັງໝົດພາຍໃນປີນີ້ ໂດຍຄະນະກຳມະການອາຫານ ແລະ ຢາອາເມລິກາ ໄດ້ອະນຸມັດການນຳໃຊ້ຢາເມັດ Paxlovid ເປັນກໍລະນີສຸກເສີນໄດ້ ເຊິ່ງປັດຈຸບັນຢາເມັດ Paxlovid ທີ່ເລີ່ມສົ່ງມອບແລ້ວຍັງມີປະລິມານໜ້ອຍ ເມື່ອທຽບໃສ່ຜູ້ຕິດເຊື້ອໃນອາເມລິກາ ທີ່ຕິດເຊື້ອເພີ່ມ 20.800 ກວ່າຄົນຕໍ່ວັນໃນອາທິດຜ່ານມາ.
ດຣ. ແອນໂທນີ ເຟົາຊີ ທີ່ປຶກສາດ້ານການແພດຂອງທຳນຽບຂາວ ລະບຸວ່າ: ຢາເມັດປິ່ນປົວໂຄວິດ Paxlovid ຈາກ Pfizer ລວມທັງ Molnupiravir ຈາກ Merck ຈະມີສ່ວນສຳຄັນໃນການຊ່ວຍກຳຈັດສະຖານະການການແພ່ລະບາດຂອງໂຄວິດພາຍໃນອາເມລິກາ. ຂະນະທີ່ວິທີການອື່ນໆທີ່ໃຊ້ກຳຈັດເຊື້ອໄວຣັສຕ່າງເປັນໄປຢ່າງຍາກລຳບາກ. ຂະນະທີ່ຜູ້ຊ່ຽວຊານດ້ານສາທາລະນະສຸກຊີ້ ການສັກວັກຊີນປ້ອງກັນໂຄວິດຍັງເປັນວິທີຈະຊ່ວຍຢັບຢັ້ງການແພ່ລະບາດຂອງໂຄວິດ ລວມທັງຫລຸດຄວາມສ່ຽງຈະເຂົ້າຮັບການປິ່ນປົວໃນໂຮງໝໍ ຫລື ເສຍຊີວິດໄດ້ມີປະສິດທິພາບຫລາຍທີ່ສຸດ.
ອ້າງອີງ:
- https://www.forbes.com/sites/lisakim/2022/01/18/pfizer-says-its-covid-antiviral-pill-is-effective-against-omicron-variant/?sh=32b830bb2536
- https://thehill.com/policy/healthcare/590223-pfizer-says-covid-antiviral-pill-effective-against-omicron
- https://www.theguardian.com/world/2021/dec/14/pfizer-covid-pill-effective-protecting-against-severe-disease-omicron

