ກະຊວງສາທາລະນະສຸກ ແນະນຳການເປີດໂຮງຮຽນທີ່ປອດໄພໃນໄລຍະການລະບາດພະຍາດໂຄວິດ-19

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ກ່າວໃນວັນທີ 19 ມັງກອນນີ້ວ່າ: ເພື່ອປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃນກຸ່ມນັກຮຽນ, ຄູອາ ຈານ ແລະ ພະນັກງານໃນໂຮງຮຽນ, ການເປີດໂຮງຮຽນທີ່ປອດໄພໃນໄລຍະການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ໂຮງຮຽນທີ່ອະນຸຍາດໃຫ້ເປີດຄືນ ຫລື ໂຮງຮຽນທີ່ພວມຈະເປີດຄືນ ຄວນປະຕິບັດມາດຕະການ 10 ຂໍ້ຕາມຄຳແນະນຳຂອງກະຊວງສາທາລະນະສຸກເພື່ອຫລຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ ເປັນຈຸ້ມໃນກຸ່ມນັກຮຽນ ແລະ ພະນັກງານຄູອາຈານເພາະຖ້າປະຕິບັດບໍ່ຖືກຕ້ອງ ແລະ ບໍ່ເຂັ້ມງວດ, ກຸ່ມ ນັກຮຽນ ແລະ ຄູ-ອາຈານ ກໍ່ອາດນຳເອົາເຊື້ອໂຄວິດ-19 ມາແພ່ສູ່ຄົນໃນຄອບຄົວ, ຊຸມຊົນຂອງທ່ານແລະ ເກີດການລະບາດເປັນວົງກວ້າງໄດ້.

ທ່ານ ສີສະຫວາດ ເນັ້ນອີກວ່າ: ສຳລັບພໍ່-ແມ່, ຜູ້ປົກຄອງທີ່ມີລູກຫລານເຂົ້າຮຽນຄວນແນະນຳລູກຫລານຮູ້ຈັກວິທີປ້ອງກັນຕົນເອງຈາກການຕິດເຊື້ອໃຫ້ກາຍເປັນຄວາມຊິນເຄິຍ ແລະ ເປັນປະຈຳ ເຊັ່ນ: ຕ້ອງໃສ່ຜ້າປິດປາກດັງໃຫ້ຖືກຕ້ອງ ແລະ ຕະຫລອດເວລາ(ປ່ຽນມື້ລະ 1-2 ອັນ), ໝັ່ນລ້າງມືເລື້ອຍໆ(ກ່ອນ ແລະ ຫລັງເລີກຮຽນ, ຫລັງຈັບວັດຖຸສິ່ງຂອງ, ກ່ອນ ແລະ ຫລັງເຂົ້າຫ້ອງນ້ຳ, ຫລັງເຮັດກິດຈະກຳໃນໂຮງຮຽນ), ຮັກສາໄລຍະຫ່າງຢ່າງໜ້ອຍ 1-2 ແມັດ, ບໍ່ກິນເຂົ້າຮ່ວມໝູ່. ທີ່ສຳຄັນຄວນພາລູກຫລານຂອງທ່ານໄປສັກວັກຊິນ ຕາມເກນອາຍຸທີ່ໄດ້ກຳນົດໄວ້ດີທີ່ສຸດ, ກ່ອນລູກຫລານຂອງທ່ານຈະເຂົ້າໂຮງຮຽນ ຫລື ພວມເຂົ້າໂຮງຮຽນ ກໍ່ສາມາດໄປສັກໄດ້ເຊັ່ນດຽວກັນເພື່ອປ້ອງກັນການເຈັບເປັນ ແລະ ເສຍຊີວິດ.