ຈັບຜູ້ກໍ່ເຫດຍັກຍອກ ຊັບ, ສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດໝາຍເປັນລົດໃຫຍ່ 40 ຄັນ

ອີງຕາມການລາຍງານຂ່າວຂອງ ຄວາມສະຫງົບ ວັນທີ 17 ມັງກອນ 2022 ນີ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມ້າງຄະດີຍັກຍອກຊັບ, ສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດໝາຍ (ລົດໃຫຍ່) ໂດຍຈັບຜູ້ຖືກຫາໄດ້ 1 ຄົນ ພົບລົດໃຫຍ່ທີ່ຍັກຍອກ 40 ຄັນ ຂະນະດຽວກັນກໍສາມາດເກັບກູ້ລົດໃຫຍ່ຄືນມາໄດ້ 23 ຄັນ.
ພັນໂທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ເປີດເຜີຍ ຄະດີດັ່ງກ່າວໃນວັນທີ 17 ມັງກອນນີ້ວ່າ: ເບື້ອງຕົ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ຮັບຄຳຮ້ອງຟ້ອງຈາກທ້າວ ວົງກົດ ອາຍຸ 29 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນວ ວ່າ ຖືກ ທ້າວ ທົງໄຊ ( ເບີດ ) ອາຍຸ 35 ປີ ຢູ່ບ້ານທ່ານາ ເມືອງຫາດຊາຍຟອງ ຍັກຍອກລົດຟໍຈູນເນີໝາຍເລກທະບຽນ 7777 ກຳ ແພງນະຄອນ. ຜ່ານການຕິດຕາມເປົ້າໝາຍມາວັນທີ 18 ທັນວາ 2021 ກໍສາມາດຈັບ ແລະ ສອບສວນທ້າວ ທົງໄຊ ໂດຍຜູ້ກ່ຽວສາລະພາບວ່າ: ນັບແຕ່ເດືອນມີນາ 2021 ເປັນຕົ້ນມາ ໄດ້ເຄື່ອນໄຫວກໍ່ເຫດຍັກຍອກ, ສໍ້ໂກງລົດໃຫຍ່ຫຼາຍສິບຄັນ ໂດຍໃຊ້ຮູບການປະກາດໂຄສະນາທາງສື່ອອນລາຍຮັບເຊົ່າ ແລະ ຮັບຊວດລົດໃຫຍ່ໂດຍໃຫ້ຄ່າເຊົ່າສູງ ເມື່ອໄດ້ລົດມາ ກໍໄດ້ນຳໄປຂາຍຕໍ່. ຕົນໄດ້ເຄື່ອນໄຫວຮ່ວມກັບໝູ່ 2 ຄົນ ຊື່ ທ້າວ ລໍາເລີ ອາຍຸ 32 ປີຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມແຂວງວຽງຈັນ ແລະ ນາງ ຈັນໄດ ອາຍຸ 31 ປີຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ( ທັງສອງເປັນຜົວເມຍ).
ປັດຈຸບັນ, ມີຜູ້ເສຍຫາຍເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ 21 ຄົນ ເຊິ່ງຜົນເສຍຫາຍ ມີລົດໃຫຍ່ 40 ຄັນ ຄື ລົດກະບະໂຕໂຢຕ້າ 26 ຄັນ, ລົດເກັງໂຕໂຢຕ້າ 4 ຄັນ, ກະບະຟອດ ແຣງເຈີ 3 ຄັນ, ກະບະນິດສັນ 3 ຄັນ, ລົດເກັງຮຸນໄດ 2 ຄັັນ, ລົດເກັງເກຍ 1 ຄັນ ແລະ ກະບະຮຸນໄດ 1 ຄັນ. ໃນນີ້, ຜູ້ຖືກຫາ ໄດ້ຮັບຊວດຈາກຜູ້ເສຍຫາຍແລ້ວເອົາໄປຂາຍຕໍ່ມີ 5 ຄັນ, ຮັບເຊົ່າ ໂດຍໃຫ້ຄ່າເຊົ່າສູງ ແລ້ວເອົາໄປຂາຍຕໍ່ 35 ຄັນ, ແຕ່ເກັບກູ້ມາໄດ້ແລ້ວ 23 ຄັນ.
ຄະດີດັ່ງກ່າວ, ເຈົ້າໜ້າທີ່ປກສ ເມືອງຫາດຊາຍຟອງ ພວມສອບສວນຂະຫຍາຍຜົນ ແລະ ສືບຕໍ່ຕິດຕາມຈັບພັກພວກທີ່ຮ່ວມຂະບວນການນຳກັນອີກ 2 ຄົນມາດຳເນີນຄະດີຕາມກົດໝາຍ.

