ໂຮງງານຂ້າສັດບ້ານນາສ້ຽວເລັ່ງກໍ່ສ້າງອ່າງບຳບັດນໍ້າເປື້ອນ ຄາດວ່າກາງເດືອນໜ້າສຳເລັດ

ພາຍຫລັງປະຊາຊົນບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ສ່ອງແສງບັນຫາການປ່ອຍນໍ້າເປື້ອນຈາກໂຮງງານຂ້າສັດທີ່ຕັ້ງຢູ່ພາຍໃນບ້ານ ນັບແຕ່ເດືອນພະຈິກ 2021 ເປັນຕົ້ນມາ ເຊິ່ງໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນເປັນຈຳນວນຫລາຍ ແລະ ເປັນເວລາຍາວນານ ໂດຍສະເພາະບັນຫາກິ່ນເໝັນ.

ຕໍ່ບັນຫາດັ່ງກ່າວ, ນັກຂ່າວໜັງສືພິມ ລາວພັດທະນາ ໄດ້ລົງໄປຕິດຕາມເບິ່ງຕົວຈິງພ້ອມທັງສຳພາດວິທີການແກ້ໄຂບັນຫາຂອງເຈົ້າຂອງໂຮງງານ ໂດຍທ່ານ ສັກ ແສງລາດ ຜູ້ອຳນວຍການໂຮງງານຂ້າສັດບ້ານນາສ້ຽວ ຊີ້ແຈງວ່າ: ພາຍຫລັງມີຫາງສຽງຂອງປະຊາຊົນພາຍໃນບ້ານທີ່ຈົ່ມວ່າ ບັນຫານ້ຳເປື້ອນທີ່ສົ່ງກິ່ນເໝັນນັ້ນ, ຂ້າພະເຈົ້າໄດ້ລຸລ່ວງກັບອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງພ້ອມທັງປະສານປະ ຊາຊົນບາງຄຸ້ມໂດຍກົງ ເຊິ່ງອາດຈະບໍ່ໄດ້ແຈ້ງທົ່ວເຖິງປະຂາຊົນໝົດບ້ານໄດ້. ແນວໃດກໍດີຜ່ານມາກໍ່ໄດ້ ເລັ່ງກໍ່ສ້າງອ່າງບຳບັດນ້ຳເປື້ອນ ທີ່ອັດເກັບດ້ວຍຖັງໄບໂອແກ໊ສ ເພື່ອແກ້ໄຂບັນຫາກິ່ນເໝັນໂດຍສ້າງມາແລ້ວກວ່າ 6 ເດືອນ ຄາດວ່າຈະສຳເລັດກາງເດືອນໜ້າ ເຊິ່ງນີ້ແມ່ນວິທີແກ້ໄຂແບບຖາວອນຕັດບັນຫາການສົ່ງກິນເໝັນໄດ້ຢ່າງແທ້ຈິງ.
ເຈົ້າຂອງໂຮງງານຂ້າສັດບ້ານນາສ້ຽວໄດ້ຂໍຮ້ອງປະຊາຊົນໃຫ້ອົດທົນ ແລະ ອົດໃຈລໍຖ້າ ເພາະກາງເດືອນໜ້ານີ້ຈະກໍ່ສ້າງສຳເລັດແນ່ນອນຈາກການເຮັດແທ້ທຳຈິງເພື່ອແກ້ໄຂບັນຫານີ້ໃຫ້ໄດ້ເດັດຂາດ.

