ຂໍໃຫ້ 2022 ເປັນປີເລີ່ມຕົ້ນແຫ່ງຄວາມຫວັງ ແລະ ສົມຫວັງ

ໂດຍ: ທິດກໍ່າ

ປີ 2022 ເປັນປີທີສອງແຫ່ງການກ້າວເຂົ້າສູ່ການຈັດຕັ້ງປະຕິບັດມະຕິຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2022 ໄດ້ມີເຫດການຫລາຍຢ່າງເລີ່ມແຕ່ຕົ້ນປີເປັນຕົ້ນມາ ອັນທີ່ໂດດເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ກໍຄືໂຄງການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ສຳເລັດ ແລະ ເປີດນຳໃຊ້ບໍລິການມາແຕ່ວັນທີ 3 ທັນວາ 2021. ໄປຄຽງຄູ່ກັນນັ້ນ ໂຄງການອັນທີສອງແມ່ນໂຄງການກໍ່ສ້າງທ່າເຮືອບົກທ່ານາແລ້ງໄດ້ສຳເລັດ ແລະ ເປີດນຳໃຊ້ບໍລິການມາແຕ່ວັນທີ 4 ທັນວາ 2021. ນອກຈາກສອງສິ່ງນີ້ກໍຍັງມີໂຄງການສ້າງຕົວເມືອງໃໝ່, ໂຄງການສ້າງຖະໜົນຫົນທາງ, ໂຄງການສ້າງເຂື່ອນໄຟຟ້າ ແລະ ໂຄງການພັດທະນາດ້ານອື່ນໆຢ່າງຫລວງຫລາຍ.

ສະເພາະໃນສອງເຫດການ ຄືໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ໂຄງການກໍ່ສ້າງທ່າເຮືອບົກທ່ານາແລ້ງ ເປັນສັນຍານເຕືອນວ່າ: ລາວເຮົາໄດ້ທະລຸຫລຸດພົ້ນອອກຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດໄດ້ຕາມຄວາມມຸ່ງມາດປາຖະໜາຂອງພັກ ແລະ ລັດຖະບານ ກໍຄືຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ. ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຍັງເປັນໂຄງການທີ່ນອນຢູ່ໃນຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ ທີ່ມີເປົ້າໝາຍເຊື່ອມໂຍງໄປທົ່ວພາກພື້ນ ແລະ ທົ່ວໂລກ.

ຢ່າງໃດກໍຕາມ, ອີງໃສ່ປັດໄຈເງື່ອນໄຂ ແລະ ສະພາບແວດລ້ອມຕ່າງໆໃນປັດຈຸບັນ ເຖິງວ່າປະເທດເຮົາຈະມີຜົນກະທົບຕໍ່ການແພ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ພັກ ແລະ ລັດຖະບານເຮົາຍັງໄດ້ວາງເປົ້າໝາຍໃຫ້ເສດຖະກິດເຕີບໃຫຍ່ແຕ່ 4,5% ຂຶ້ນໄປ. ນອກຈາກນັ້ນ ກໍຍັງຕັ້ງເປົ້າໃນການສົ່ງອອກສິນຄ້າ ຕ້ອງໃຫ້ຫລາຍກວ່າການນຳເຂົ້າເຖິງ 1.550 ລ້ານໂດລາສະຫະລັດ. ສ່ວນການເກັບລາຍຮັບພາຍໃນຕ້ອງໃຫ້ບັນລຸ 31.593 ຕື້ກີບ ຕາມມະຕິຂອງສະພາແຫ່ງຊາດຮັບຮອງ.

ຫາກຕັ້ງໂຈດກັນວ່າ, ຕົວເລກຄາດໝາຍທີ່ໄດ້ຕັ້ງເປົ້າເອົາໄວ້ນີ້ຈະໄດ້ ຫລື ບໍ່ ? ເພື່ອໃຫ້ບັນລຸຄາດໝາຍທີ່ໄດ້ຕັ້ງເປົ້າເອົາໄວ້ນີ້ ກ່ອນອື່ນໝົດຕ້ອງໄດ້ເຮັດວຽກໜັກຫລາຍດ້ານເຊັ່ນ: ຕ້ອງສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໃຫ້ຈິງຈັງ ແລະ ແຂງແຮງ, ແກ້ໄຂຂອດກີດຂວາງຕ່າງໆໃນການລົງທຶນຢູ່ພາຍໃນ ແລະ ຂອງຕ່າງປະເທດໃຫ້ວ່ອງໄວ, ມີປະສິດທິຜົນ, ສົ່ງເສີມການຜະລິດສິນຄ້າເພື່ອສົ່ງອອກໃຫ້ແຂງແຮງ ເກັບລາຍຮັບໃຫ້ໄດ້ຫລາຍໆຕ້ານການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດ ແລ້ວທຸກສິ່ງຢ່າງເຮົາກໍຈະເຫັນຜົນໃນປີ 2022 ຕາມເປົ້າໝາຍທີ່ວາງໄວ້ຢ່າງແນ່ນອນ.