ປະທານສະພາລົງຕິດຕາມເບິ່ງໂຄງການກໍ່ສ້າງທາງລົດໄຟລາວ-ຈີນຢູ່ຫລວງພະບາງ

ໃນວັນທີ 31 ກໍລະກົດຜ່ານມານີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ເຂດກໍ່ສ້າງບ້ານພອນໄຊເມືອງ ແລະ ແຂວງຫລວງພະບາງ. ໂດຍໄດ້ຮັບການລາຍງານຈາກຜູ້ຮັບຜິດຊອບວຽກງານເຕັກນິກປະຈຳພາກສະໜາມບໍລິສັດເລກ 8 ສປຈີນໃຫ້ຊາບວ່າ: ການປະຕິບັດການກໍ່ສ້າງ ແລະ ເຈາະອຸໂມງໃນເຂດບ້ານພອນໄຊມີຄວາມຍາວ 3.487 ແມັດ, ໄດ້ເລີ່ມມາແຕ່ເດືອນເມສາ 2017 ເປັນຕົ້ນມາ, ໂດຍເຈາະ 2 ເບື້ອງພ້ອມກັນ. ສຳລັບເບື້ອງທາງເຂົ້າເຂດບ້ານພອນໄຊສາມາດເຈາະເຂົ້າໄປໄດ້ 70 ແມັດ, ສ່ວນເບື້ອງທາງອອກເຂດບ້ານພິກໃຫຍ່ເຈາະເຂົ້າໄດ້ 65 ແມັດ, ພາຍຫລັງເຈາະແລ້ວແມ່ນໃຊ້ເບຕົງ ແລະ ຊີມັງອັດແໜ້ນ ເພື່ອໃຫ້ມີຄວາມແຂງແກ່ນ, ບໍ່ໃຫ້ດິນຍຸບ ແລະ ປອດໄພໃນການກໍ່ສ້າງ, ການຕີລາຄາເບື້ອງຕົ້ນພົບວ່າອຸໂມງດັ່ງກ່າວຈະມີອາຍຸການນຳໃຊ້ໄດ້ປະມານ 100 ປີ ແລະ ຄາດວ່າການກໍ່ສ້າງທາງລົດໄຟທັງໝົດຈະໃຫ້ສຳເລັດໃນເດືອນພຶດສະພາປີ 2020.
+ ປະທານສະພາເນັ້ນຕ້ອງຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຢ່າງຍຸຕິທໍາ
+ປະທານສະພາແຫ່ງຊາດເນັ້ນໃຫ້ເກັບຂໍ້ມູນຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນລະອຽດ
ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຢ້ຽມຢາມການກໍ່ສ້າງຂົວຂ້າມນໍ້າຂອງເຂດດັ່ງກ່າວ, ພ້ອມທັງຮັບຟັງການລາຍງານການກໍ່ສ້າງຂອງຄະນະຮັບຜິດຊອບວຽກງານເຕັກນິກປະຈຳພາກສະໜາມບໍລິສັດເລກ 8 ສປຈີນ ຕື່ມອີກ.

