ປີ 2021 ຜ່ານມາ ອົງຄະນະພັກກະຊວງ ຮສສ ພັດທະນາສີມືແຮງງານຕາມສາຂາອາຊີບຕ່າງໆໄດ້ 21.025 ຄົນ ລື່ນຄາດໝາຍ 62,81%

ທ່ານ ລີປາວ ຢ່າງ ຄະນະປະຈຳພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃນກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກ້ວາງຄັັ້ງທີ 2 ສະໄໝທີ VI ປະຈໍາປີ 2021 ກະຊວງ ຮສສ ໃນລະຫວ່າງວັນທີ 13-14 ມັງກອນ 2022 ນີ້ວ່າ:

ການຊີ້ນໍາ-ນໍາພາວຽກວິຊາສະເພາະໃນໄລຍະ 1 ປີ ຜ່ານມາ ອົງຄະນະພັກກະຊວງ ສາມາດຍາດໄດ້ຜົນສໍາເລັດໃນເບື້ອງຕົ້ນຈຳນວນໜຶ່ງ ເປັນຕົ້ນ ດ້ານວຽກແຮງງານ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍແຮງງານ ພັດທະນາສີມືແຮງງານຕາມສາຂາອາຊີບຕ່າງໆໄດ້ 21.025 ຄົນ ລື່ນຄາດໝາຍ 62,81% ຂອງແຜນການປີ, ສົ່ງ ເສີມການຈັດຫາວຽກເຮັດງານທຳໃຫ້ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ເທົ່າກັບ 72,30% ຂອງແຜນການປີ, ສັງລວມຂໍ້ມູນແຮງງານ ທີ່ກັບຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ຫວ່າງງານພາຍໃນ ເທົ່າກັບ 21,8%.

ສຳລັບວຽກຄຸ້ມຄອງແຮງງານໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍແຮງງານໄດ້ 1.435 ຫົວໜ່ວຍແຮງງານ. ສ່ວນວຽກປະກັນສັງຄົມ ແມ່ນໄດ້ໂຄສະນາປະ ຊາສຳພັນ ໃຫ້ບັນດາອົງການຈັດຕັ້ງຂອງລັດ, ຫົວໜ່ວຍແຮງງານ ແລະ ເປົ້າໝາຍສະໝັກໃຈໄດ້ 306 ຄັ້ງ ເທົ່າກັບ 37% ຂອງແຜນການປີ, ງານສ້າງປັບປຸງ ແລະ ອະນຸມັດນໍາໃຊ້ກົດລະບຽບພາຍໃນ ໄດ້ 300 ແຫ່ງ ລື່ນຄາດໝາຍ 200% ຂອງແຜນການປີ; ຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃໝ່ໄດ້ທັງໝົດ 32.726 ຄົນ ລື່ນຄາດໝາຍ 4% ຂອງແຜນການປີ, ຂຶ້ນທະບຽນຜູ້ອອກແຮງງານໃໝ່-ເກົ່າ ໃນຫົວໜ່ວຍວິສາຫະກິດໄດ້ 26.442 ຄົນ, ເທົ່າກັບ 98% ຂອງແຜນການປີ, ປະຕິບັດນະ ໂຍບາຍເງິນອຸດໜູນວ່າງງານ ໃນໄລຍະໂຄວິດ-19 ແຕ່ປີ 2020 ເປັນຕົ້ນມາ ປະຕິບັດໄດ້ 905 ເທື່ອບໍລິສັດ, ມີຜູ້ອອກແຮງງານ 51.677 ເທື່ອຄົນ, ຍິງ 33.700 ເທື່ອຄົນ, ເປັນເງິນ 43,93 ຕື້ກວ່າກີບ.

ພ້ອມກັນນີ້, ຍັງໄດ້ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິບັດຊາດປະຊາທິປະໄຕ ຕາມດຳລັດ 272/ລບ ໃຫ້ເປົ້າໝາຍບູລິມະສິດ 815 ທ່ານ, ຍິງ 85 ທ່ານ ເປັນເງິນເກືອບ 20 ຕື້ກີບ ເທົ່າກັບ 26,78% ຂອງແຜນປີ; ຄົ້ນຄວ້າ, ແກ້ໄຂອຸດໜູນເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໃນພາລະກິດປະຕິບັດຊາດ ປະຊາທິປະໄຕ 298 ທ່ານ, ຍິງ 36 ທ່ານ ລື່ນຄາດໝາຍ 49% ຂອງແຜນການປີ, ເປັນເງິນ 3,9 ຕື້ກວ່າກີບ.