WHO ເພີ່ມຢາໃໝ່ 2 ຊະນິດ ໃນແນວທາງປິ່ນປົວໂຄວິດ ຮັບມືຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນສູງ ທ່າມກາງການລະບາດຂອງໂອມິຄຣອນ

ອົງການອະນາໄມໂລກ ຫລື WHO ປະກາດເພີ່ມຢາອີກ 2 ຊະນິດ ໃນແນວທາງປະຕິບັດສຳລັບການປິ່ນປົວທີ່ແນະນຳສຳລັບພະຍາດໂຄວິດ ໄດ້ແກ່ຢາ ບາຣິຊິທິນິບ (Baricitinib) ເຊິ່ງເປັນຢາປິ່ນປົວພະຍາດຂໍ້ອັກເສບຣູມາຕອຍ ກັບຢາໂຊໂທຣວິແມບ (Sotrovimab) ເຊິ່ງເປັນຢາປິ່ນປົວໂຄວິດ ທີ່ໄດ້ຮັບການພັດທະນາໃຫ້ມີປະສິດທິພາບໃນການຕ້ານໂຄວິດໄດ້ທຸກສາຍພັນ ລວມທັງໂອມິຄຣອນ.
ການເພີ່ມຢາປິ່ນປົວໂຄວິດ 2 ຊະນິດນີ້ ມີຂຶ້ນທ່າມກາງສະຖານະການການລະບາດຂອງໂຄວິດ ທີ່ກັບມາທະວີຄວາມຮຸນແຮງທົ່ວໂລກ ຈາກການລະບາດຢ່າງວ່ອງໄວຂອງໂອມິຄຣອນ ເຊິ່ງກາຍເປັນສາຍພັນຫລັກໃນຫລາຍປະເທດ ໂດຍ WHO ເປີດເຜີຍວ່າ: ໄລຍະອາທິດຜ່ານມາ ມີລາຍງານຜູ້ຕິດເຊື້ອໃໝ່ທົ່ວໂລກເພີ່ມຂຶ້ນຫລາຍກວ່າ 15 ລ້ານຄົນ ເຊິ່ງສູງສຸດເປັນສະຖິຕິໃໝ່.
ຄະນະຜູ້ຊ່ຽວຊານລະຫວ່າງປະເທດຂອງ WHO ລະບຸເຖິງການໃຊ້ຢາບາຣິຊິທິນິບໃນແນວທາງປະຕິບັດ ທີ່ຖືກເຜີຍແພ່ໃນວາລະສານການແພດ British Medical Journal ໂດຍ “ແນະນຳຢ່າງຍິ່ງ” ໃຫ້ໃຊ້ຢາສຳລັບຜູ້ຕິດເຊື້ອໂຄວິດທີ່ມີອາການໃນລະດັບຮຸນແຮງ ຫລື ວິກິດ ໂດຍໃຊ້ຮ່ວມກັບຢາຄໍຕິໂຄສເຕຍຣອຍ (Corticosteroids) ເຊິ່ງຢາບາຣິຊິທິນິບນັ້ນສາມາດຫລຸດການໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ພົບວ່າຊ່ວຍເພີ່ມໂອກາດລອດຊີວິດໃຫ້ຜູ້ຕິດເຊື້ອ ໂດຍບໍ່ພົບວ່າມີອາການຂ້າງຄຽງໃດໆເພີ່ມຂຶ້ນ.
ສຳລັບຢາໂຊໂທຣວິແມບ ທາງຄະນະຜູ້ຊ່ຽວຊານຂອງ WHO ໄດ້ໃຫ້ “ຄຳແນະນຳແບບມີເງື່ອນໄຂ” ສຳລັບໃຊ້ໃນກຸ່ມຜູ້ຕິດເຊື້ອທີ່ອາການບໍ່ຮຸນແຮງ ແຕ່ເນັ້ນວ່າໃຫ້ໃຊ້ສະເພາະກຸ່ມຜູ້ຕິດເຊື້ອທີ່ມີຄວາມສ່ຽງສູງສຸດທີ່ເຂົ້າປິ່ນປົວໃນໂຮງໝໍ ເຊິ່ງຈະມີປະໂຫຍດຫລາຍກວ່າໃຊ້ໃນກຸ່ມຜູ້ຕິດເຊື້ອທີ່ມີຄວາມສ່ຽງຕໍ່າ.
ໂດຍຢາໂຊໂທຣວິແມບນັ້ນເປັນຢາໃນກຸ່ມແອນຕິບໍດີຊະນິດໂມໂນໂຄລນໍ ທີ່ສ້າງຈາກຫ້ອງປະຕິບັດການ ເຊິ່ງຮຽນແບບກົນໄກໃນການປ້ອງກັນຕາມທຳມະຊາດຂອງຮ່າງກາຍ.
ສຳລັບການຕັດສິນໃຈເພີ່ມຢາປິ່ນປົວໂຄວິດທັງ 2 ຊະນິດໃນແນວທາງປະຕິບັດຂອງ WHO ອ້າງອີງຂໍ້ມູນຫລັກຖານຈາກການທົດລອງ 7 ລາຍການ ທີ່ມີການທົດລອງໃນກຸ່ມຜູ້ຕິດເຊື້ອໂຄວິດຫລາຍກວ່າ 4.000 ຄົນ ເຊິ່ງມີທັງກຸ່ມອາການບໍ່ຮຸນແຮງ, ອາການຮຸນແຮງ ແລະ ເຂົ້າຂັ້ນວິກິດ.
ຂະນະທີ່ອົງການແພດໄຮ້ພົມແດນ (Medecins Sans Frontieres: MSF) ຂອງຝຣັ່ງ ສະແດງຄວາມຍິນດີຕໍ່ການເພີ່ມຢາໃໝ່ດັ່ງກ່າວ ແລະ ຮຽກຮ້ອງລັດຖະບານປະເທດຕ່າງໆ ໃຫ້ເລັ່ງດຳເນີນການຄຸ້ມຄອງສິດທິບັດຢາ ເພື່ອໃຫ້ແນ່ໃຈວ່າປະຊາຊົນຈະໄດ້ຮັບຜົນປະໂຫຍດຈາກການປິ່ນປົວໂຄວິດດ້ວຍຢາເຫລົ່ານີ້ໄດ້ຫລາຍທີ່ສຸດ.
ອ້າງອີງ:
