ແອສຕຣ້າເຊນເນກ້າ ເຜີຍຜົນທົດລອງ ວັກຊີນກະຕຸ້ນເຂັມ 3 ສູ້ໂອມິຄຣອນໄດ້

ແອສຕຣ້າເຊນເນກ້າເປີດຂໍ້ມູນຈາກການສຶກສາຫລ້າສຸດ ພົບຂໍ້ບົ່ງຊີ້ວັກຊີນແອສຕຣ້າເຊນເນກ້າເມື່ອສັກເປັນວັກຊີນກະຕຸ້ນເຂັມ 3 ຊ່ວຍເພີ່ມແອນຕິບໍດີປ້ອງກັນໂຄວິດ-19 ໄດ້ທຸກສາຍພັນ ລວມທັງໂອມິຄຣອນ.

ວັນທີ 13 ມັງກອນ 2022, ສຳນັກຂ່າວຕ່າງປະເທດລາຍງານອ້າງການເປີດເຜີຍຂອງບໍລິສັດແອສຕຣ້າເຊນເນກ້າ ພົບຂໍ້ບົ່ງຊີ້ຈາກການທົດລອງວັກຊີນຄັ້ງຫລ້າສຸດ ຫລັງຈາກສັກວັກຊີນຂອງແອສຕຣ້າເຊນເນກ້າ ເປັນວັກຊີນກະຕຸ້ນເຂັມທີ 3 ຊ່ວຍໃຫ້ຜູ້ໄດ້ຮັບວັກຊີນມີແອນຕິບໍດີຕໍ່ໄວຣັສສາຍພັນໂອມິຄຣອນເພີ່ມຂຶ້ນ.

ການທົດລອງດັ່ງກ່າວເປັນການສັງເກດຈາກຜົນໄດ້ຮັບໃນຜູ້ທີ່ໄດ້ຮັບການສັກວັກຊີນຂອງແອສຕຣ້າເຊນເນກ້າ ຫລື ວັກຊີນ mRNA ຍີ່ຫໍ້ອື່ນມາແລ້ວ 2 ເຂັມ ກ່ອນຈະສັກວັກຊີນຂອງແອສຕຣ້າເຊນເນກ້າເປັນວັກຊີນກະຕຸ້ນເຂັມທີ 3 ຫລື ວັກຊີນເຊື້ອຕາຍ ໂດຍພົບວ່າມີການສ້າງແອນຕິບໍດີສູງຂຶ້ນຕໍ່ໄວຣັສສາຍພັນໂອມິຄຣອນ ລວມທັງສາຍພັນອື່ນໆ ທັງເບຕາ, ເດວຕາ, ອັລຟາ ແລະ ແກມມາ.

ການເປີດເຜີຍດັ່ງກ່າວສອດຄ່ອງກັບການທົດລອງໃນອັງກິດເມື່ອເດືອນທັນວາຜ່ານມາ ເຊິ່ງມີຜົນການທົດລອງອອກມາໃນລັກສະນະຄ້າຍຄືກັນເລື່ອງການເພີ່ມຂຶ້ນຂອງແອນຕິບໍດີ ຫລັງສັກວັກຊີນຂອງແອສຕຣ້າເຊນເນກ້າເປັນວັກຊີນກະຕຸ້ນເຂັມທີ 3 ໃນຜູ້ທີ່ສັກວັກຊີນຂອງແອສຕຣ້າເຊນເນກ້າ ແລະ ວັກຊີນ mRNA ຂອງໄຟເຊີ.

ເຖິງຢ່າງໃດກໍຕາມ, ການທົດລອງຂອງອັງກິດໃນເວລານັ້ນ ເຊິ່ງດຳເນີນໃນຊ່ວງທີ່ຍັງບໍ່ມີການແພ່ລະບາດຂອງໄວຣັສສາຍພັນໂອມິຄຣອນ ໄດ້ຂໍ້ສະຫລຸບວ່າ: ວັກຊີນເຂັມກະຕຸ້ນຂອງແອສຕຣ້າເຊນເນກ້າສາມາດເພີ່ມແອນຕິບໍດີໄດ້ສູງສຸດເມື່ອສັກຫລັງຈາກໄດ້ຮັບວັກຊີນ mRNA ຂອງໄຟເຊີ ຫລື ໂມເດິນາມາແລ້ວ 2 ເຂັມ.

ອ້າງອີງ:

https://www.reuters.com/…/astrazeneca-says-higher…/

https://www.ndtv.com/…/astrazeneca-given-as-booster…