ປີ 2021 ຜ່ານມາ ມີຜູ້ເສຍຊີວິດຈາກອຸບັດເຫດ ທັງໝົດ 831 ຄົນ

ວັນທີ 13 ມັງກອນ 2022ນີ້ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃນກອງປະຊຸມຄະນະກຳມະການດ້ານຄວາມປອດໄພທາງຫລວງ ໃຫ້ຮູ້ວ່າ: ວຽກງານຄວາມປອດໄພທາງຫລວງເປັນວຽກໜຶ່ງ ທີ່ນອນໃນທັງ 2 ວາລະແຫ່ງຊາດ ເຊິ່ງຈະຕ້ອງມີການຈັດຕັ້ງຜັນຂະຫຍາຍ ໃຫ້ມີຜົນສຳເລັດ. ປັດຈຸບັນ, ການບາດເຈັບຈາກການຈະລາຈອນຕາມທາງຫລວງ ກາຍເປັນສາເຫດໃນການ ເສຍຊີວິດ ຂອງເດັກນ້ອຍ ແລະ ໄວໜຸ່ມອາຍຸແຕ່ 5-29 ປີ ເຊິ່ງມັນໄດ້ສົ່ງສັນຍານໃຫ້ ພວກເຮົາຈຳເປັນຕ້ອງເອົາໃຈໃສ່ປັບປຸງແຜນງານ ສຳລັບການຮັກສາສຸຂະພາບ ຂອງເດັກນ້ອຍສ່ວນຫລາຍແມ່ນໄດ້ເບິ່ງຂ້າມວຽກງານຄວາມປອດໄພທາງຫລວງ. ພາລະ ສ່ວນໃຫຍ່ແມ່ນຕົກຢູ່ໃນບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ເພາະສາເຫດຍ້ອນການເດີນທາງສ່ວນໃຫຍ່ ແມ່ນອີງໃສ່ການໃຊ້ຍານພາຫະນະ. ຕາມສະຖິຕິຊີ້ໃຫ້ເຫັນວ່າ ລະຫວ່າງປີ 2011 ຫາ 2020 ຈຳນວນຜູ້ເສຍຊີວິດ ບໍ່ມີທ່າທີຈະຫລຸດລົງໃນ ບັນດາປະເທດທີ່ມີລາຍຮັບຕ່ຳ, ກົງກັນຂ້າມ, ມີການຫລຸດລົງ ໃນ 48 ປະເທດທີ່ມີລາຍຮັບປານກາງ ແລະ ສູງ ແລະ ເພີ່ມຂຶ້ນໃນ 104 ປະເທດ, ລວມທັງ ສປປ ລາວ.

ທ່ານ ວຽງສະຫວັດ ສີພັນດອນ ໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ເຮົາຢູ່ລຳດັບທີ 4 ຮອງຈາກ ອັນດັນ 1 ສິງກະໂປ, 2 ອິນໂດເນເຊຍ ແລະ 3 ຟິລິບປິນ. ສ່ວນອັນດັບຮ້າຍແຮງສຸດແມ່ນອັນດັບ 10 ຄືປະເທດໄທ, 9 ຫວຽດນາມ, 8 ມາເລເຊຍ, 7 ມຽນມາ ແລະ 6 ກຳປູເຈຍ ເຊິ່ງສະເລ່ຍອັດຕາ ການເສຍຊີວິດ ຂອງອາຊຽນແມ່ນ 32,7 ຄົນ ຕໍ່ປະຊາກອນ 1 ແສນຄົນ. ຕະຫລອດໄລຍະ 6 ປີຜ່ານມາ, ສປປ ລາວ ມີຈຳນວນຕົວເລກຜູ້ເສຍຊີວິດ ຢູ່ລະດັບ 1.000 ຄົນ ຕໍ່ປີ ຖ້າຈະເອົາ GDP ຕໍ່ຫົວຄົນ 2.500 ໂດລາສະຫະລັດ ມາຄິດໄລ່ແມ່ນຕົກຢູ່ປະມານ 175 ລ້ານ ໂດລາສະຫະລັດ ຕໍ່ປີເຊິ່ງເປັນເງິນມະຫາສານ ແລະ ສິ່ງທີ່ຮ້າຍແຮງຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້.

ໃນປີ 2021 ສປປ ລາວ ມີອຸປະຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ມີຜູ້ບາດເຈັບທັງໝົດ 8.388 ຄົນ, ຜູ້ເສຍຊີວິດ 831 ຄົນ, ຍານພາຫະນະເປ່ເພ 9.910 ຄັນ, ມູນຄ່າການເສຍຫາຍດ້ານເສດຖະກິດ-ສັງຄົມ 1.401 ຕື້ກີບ; ຜູ້ເຄາະຮ້າຍຈາກການເກີດອຸບປະຕິເຫດທາງຫລວງ ຈຳນວນ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ