ໂບຣໂຊວິດ ກຽມຕໍ່ສັນຍາສະບັບໃຫມ່ກັບ ອິນເຕີ ມິລານ ເຖິງປີ 2026

ມາເຊໂລ ໂບຣໂຊວິດ ຕົກເປັນຂ່າວຕົກລົງທີ່ຈະຕໍ່ສັນຍາໃຫມ່ກັບ ອິນເຕີ ມິລານ ອອກໄປໄລຍະຍາວຈົນເຖິງປີ 2026 ເຖິງວ່າຈະໄດ້ຮັບຂໍ້ສະເຫນີຈາກ ນິວຄາສເຊິລ ຢູໄນເຕັດ ກໍຕາມ.
ກັສເຊຕາ ເດລໂລ ສະປອດ ສື່ຂອງອີຕາລີ ລາຍງານວ່າ ມາເຊໂລ ໂບຣໂຊວິດ ຕ້ອງການຢູ່ກັບ ອິນເຕີ ມິລານ ຕໍ່ໄປ ຈຶ່ງຕອບຮັບສັນຍາສະບັບໃຫມ່ທີ່ມີຄ່າເມື່ອຍເຖິງ 6 ລ້ານຢູໂຣ/ປີ ບວກກັບໂບນັສອີກຈຳນວນຫນຶ່ງ ຫລັງໄດ້ຮັບອະນຸຍາດຈາກປະທານສະໂມສອນ ສະຕີເວັນ ຈາງ ເມື່ອອາທິດກ່ອນ.
ໂບຣໂຊວິດທີ່ພວມຈະຫມົດສັນຍກັບຕົ້ນສັງກັດຫລັງຈົບລະດູການນີ້ ໄດ້ຮັບຄວາມສົນໃຈ ແລະ ຂໍ້ສະເຫນີທີ່ດີຈາກ ນິວຄາສເຊິລ ຢູໄນເຕັດ ທີມພຣີເມຍລີກ ອັງກິດ ທີ່ພ້ອມຈ່າຍຄ່າເມື່ອຍມະຫາສານເຖິງ 8 ລ້ານຢູໂຣ/ປີ ເພາະຍັງຢາກຫລິ້ນຢູ່ໃນລະດັບສູງສຸດກັບ ອິນເຕີ ມິລານ ຫລາຍກວ່າ.
ທັງນີ້ ອິນເຕີມິລານ ຈະພົບກັບ ໂບຣໂຊວິດ ແລະ ໂຕແທນຫລັງຈົບເກມຊຸບເປີຄັບ ພົບກັບ ຢູເວນຕຸສ ໃນວັນພຸດນີ້ ແລະ ການປະກາດຕໍ່ສັນຍາຢ່າງເປັນທາງການຄາດວ່າຈະເກີດຂຶ້ນຕາມມາໃນອີກບໍ່ດົນນີ້.

