ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2021 ແລະ ທິດທາງປີ 2022

ວັນ​ທີ 11-12 ມັງກອນ 2022 ກົມສ່ວຍສາອາກອນ, ໄດ້​ເປີດກອງ​ປະ​ຊຸມສະ​ຫຼຸບວຽກ​ງານ​ສ່ວຍ​ສາອ​າ​ກອນ ປະ​ຈຳ​ປີ 2021 ແລະ​ ທິດ​ທາງ ປະ​ຈຳ​ປີ 2022 ໂດຍ​ການ​ເປັນ​ປະ​ທານ​ຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ,ມີທ່ານ ບຸນປະເສີດ ສີກຸນນະບຸດ ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ, ຫົວໜ້າ, ຮອງ​ຫົວ ໜ້າກົມ, ຜູ້ຕາງໜ້າກົມ​ອ້ອມ​ຂ້າງ​ກະຊວງ​ການ​ເງິນ, ຫົວໜ້າພະ​ແນກ, ຮອງ​ຫົວໜ້າພະ​ແນກອ້ອມ​ຂ້າງ​ກົມ, ຫົວ​ໜ້າສ່ວຍ​ສາ​ອາກອນ​ປະ​ຈຳ​ແຂວງ, ນະ​ຄອນ​ຫຼວງວຽງຈັນ, ຫົວ​ໜ້າ​ສ່ວຍ​​ສາ​ອາ​ກອນ​ປະ​ຈຳ​ 09 ເມືອງ ແລະ ພະນັກງານ​ຫຼັກແຫຼ່ງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ 2021, ກໍານົດທິດທາງແຜນການປີ 2022 ແລະ ໄດ້ມີການແນະນໍາວ່າດ້ວຍການຈັດຕັ້ງປະຕິບັດເກັບລາຍຮັບສ່ວຍສາອາກອນປະຈໍາປີ 2022 ແລະ ຍຸດທະສາດວຽກງານສ່ວຍສາອາກອນ 2022-2025 ບັນດາແຂວງໄດ້ປະກອບຄໍາເຫັນຕາມຄໍາຖາມເຈາະຈີ້ມ, ຊຶ່ງບັນຫາທີ່ປິ່ນອ້ອມກ່ຽວຂ້ອງກັບການຄົ້ນຄວ້າກົນໄກການເກັບລາຍຮັບລວມທັງການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົາໃນການເກັບລາຍຮັບ ແລະ ບາງມາດຕະການທີ່ຍັງບໍ່ທັນໄດ້ຈັດຕັ້ງ ແລະ 06 ເດືອນທ້າຍປີ 2021 ທີ່ຜ່ານມາ.

ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ຊຶ່ງ ໄດ້ຊີ້ນຳບາງບັນຫາທີ່ຂະແໜງສ່ວຍສາອາກອນຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດເປັນຕົ້ນ: ແມ່ນ ການປະຕິຮູບປັບປຸງກົງຈັກການຈັດຕັ້ງຂອງຂະແໜງສ່ວຍສາອາກອນຕາມພາລະບົດບາດໃໝ່ ໃຫ້ມີປະສິດທິພາບ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ສໍາເລັດໃນຕົ້ນປີ 2022. ນອກນີ້, ເພີນຍັງເນັ້ນໃຫ້ທົບທວນຄືນບາງນະໂຍບາຍ ແລະ ນິຕິກຳຕ່າງໆໃຕ້ກົດໝາຍຂອງຂະແໜງສ່ວຍສາອາກອນທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງນິຕິກຳ ໃໝ່ໂດຍສະເພາະແມ່ນການປັບປຸງ 4 ກົດໝາຍຂອງຂະແໜງສ່ວຍສາອາກອນທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ພ້ອມທັງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດໃຫ້ເປັນຮູບປະທຳຢ່າງຈະແຈ້ງ ໂດຍການສຸມໃສ່ອັດຊ່ອງວ່າງການຮົ່ວໄຫຼຈາກການນຳເຂົ້ານໍ້າມັນເຊື້ອໄຟ, ດັດສົມບໍລິສັດຂາເຂົ້າ-ອາອອກໃນການຄຸ້ມຄອງເກັບລາຍຮັບຈາກການນຳເຂົ້າວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆໃຫ້ຄົບຖ້ວນ ຖືກຕ້ອງຕາມກົດໝາຍກຳນົດຕາມຄຳແນະນຳຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 4490/ກງ ແລະ 4491/ກງ, ລົງວັນທີ 14 ກັນຍາ 2021; ນອກນັ້ນທ່ານຍັງເນັ້ນໃຫ້ຂະຫຍາຍຖານ ອາກອນມຸນຄ່າເພີ່ມ ດ້ວຍການອອກນະໂຍບາຍ ເພື່ອຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍວິສາຫະກິດທີ່ມີເງື່ອນໄຂເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຕາມນະໂຍບາຍໃໝ່ທີ່ກຳນົດໄວ້ໃນກົດໝາຍ, ເພື່ອສ້າງສິ່ງຈູງໃຈໃຫ້ຜູ້ທີ່ຍັງບໍ່ທັນໄດ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ມີຄວາມຕື່ນຕົວເຂົ້າສູ່ລະບົບ.

ພ້ອມນັ້ນ, ຍັງໄດ້ເນັ້ນໃສ່ການຄຸ້ມຄອງເກັບລາຍຮັບທີ່ໂອນມາຈາກຂະແໜງຄຸ້ມຄອງສັບຊິນຂອງລັດ ແລະ ລາຍຮັບຂອງຂະແໜງການເງິນລັດວິສາຫະກິດ ແລະ ປະກັນໄພມາລວມສູນເຂົ້າໃນລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ TAX RIS ແລະ ຫັນເອົາການຄຸ້ມຄອງການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ແລະ ຊຳລະສະສາງຜ່ານລະບົບ ທະນາຄານ ແລະ ອື່ນໆ ແຕ່ຂັ້ນສູນກາງ – ທ້ອງຖີ່ນ, ສຸມໃສ່ການຄຸ້ມຄອງເກັບລາຍຮັບພາຍໃນ ທີ່ຕິດພັນກັບຂະແໜງຂຸດຄົ້ນບໍ່ແຮ່ ແລະ ທຸລະກິດດີຈີຕອນທີ່ລັດຖະບານໄດ້ອະນຸຍາດໄປແລ້ວ; ຊຶ່ງຈະຕ້ອງໄດ້ມີການຄົ້ນຄວ້າວິທີການຄິດໄລ່ອາກອນທີ່ຕິດພັນກັບລາຍຮັບດັ່ງກ່າວ ຮ່ວມກັບຜູ້ດຳເນີນທຸລະກິດຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດ.