ອົງການ USAID ແລະ ກະຊວງສາທາລະນະສຸກ ເຢຍລະມັນ ຊ່ວຍເຫລືອລົດຕູ້ເຢັນຂົນວັກຊີນ ແລະ ອຸປະກອນ ສະໜັບສະໜູນ ການສັກວັກຊີນປ້ອງກັນໂຄວິດ-19 ຢູ່ ສປປ ລາວ

ວັນທີ 11 ມັງກອນ 2022 ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ມີ​ພີ​ທີ​ມອບ-ຮັບລົດ​ຕູ້​ເຢັນ​ສຳ​ລັບ​ຂົນ​ວັກ​ຊີນ ແລະ ອຸ​ປະ​ກອນ​ໄອ​ທີ  ໂດຍ​ການ​ຊ່ວຍ​ເຫລືອ​ຂອງ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ຜ່ານອົງການອະນາໄມໂລກ (WHO) ລວມມູນຄ່າ 383,794 ໂດລາ ໃຫ້ສູນ​ສຸ​ຂະ​ພາບ​ແມ່ ແລະ ເດັກ, ກະຊວງສາທາລະນະສຸກ (MOH). ພິທີຄັ້ງ​ນີ້ ໂດຍການເຂົ້າ​ຮ່ວມ​ກ່າວ​ຮັບ ຂອງ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກ່າວມອ​ບ ທ່ານ ນາງ Annette Knobloch, ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ

ເຊິ່ງອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຂັບເຄື່ອນວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສປປ ລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80%. ອຸປະກອນດັ່ງກ່າວຊ່ວຍຊຸກຍູ້ສູນສຸຂະພາບແມ່ ແລະ ເດັກ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ກົມແຜນການ ແລະ ການຮ່ວມມື, ໃນ​ການພັດທະນາລະບົບໃໝ່ເພື່ອນັດໝາຍ, ລົງທະບຽນລ່ວງໜ້າ, ແລະ ບັນທຶກຂໍ້ມູນການສັກວັກຊີນລະດັບບຸກຄົນ ແລະ ສະໜອງບັດວັກຊີນທີ່ນຳໃຊ້ QR code ຢູ່ຈຸດບໍລິການໃຫ້ວັກຊີນ ແລະໂຮງໝໍສູນກາງ 5 ແຫ່ງ. ດ້ວຍ​ຄວາມ​ສາມາດ​ດ້ານ​ໄອ​ທີ​ທີ່​ເພີ່ມຂຶ້ນ, ລະບົບດັ່ງກ່າວ​ຈະ​ຂະຫຍາຍ​ໄປ​ສູ່​ບັນດາໂຮງໝໍ​ແຂວງ ​ແລະ ໂຮງໝໍ​ເມືອງ.

อาจเป็นรูปภาพของ 9 คน และ ผู้คนกำลังยืน

ທຶນການຊ່ວຍເຫລືອຄັ້ງ​ນີ້ ຄື ອົງການ USAID ມູນຄ່າ 197,633 ໂດລາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຢຍ​ລະ​ມັນ ພາຍໃຕ້ທຶນການຊ່ວຍເຫຼືອຈາກ BMG ມູນຄ່າ 186,161 ໂດລາ ໂດຍ​ອົງ​ການ WHO ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ຈັດ​ຊື້ ແລະ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້. ເພື່ອໃຫ້ການບໍລິການວັກຊີນແບບເຄື່ອນທີ່ຢູ່ຕາມນະຄອນຫລວງວຽງຈັນ.

ທ່ານ ລັດຖະມົນຕີກະຊວງສາທາ ໄດ້ສະແດງຄວາມຂອບໃຈຢ່າງ​ສູງ ມາຍັງອົງ​ການ USAID, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ເຢຍ​ລະ​ມັນ ແລະ ອົງ​ການ​ອະ​ນ​າ​ໄມ​ໂລກ ທີ່​ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ວຽກ​ງານ​ສັກ​ຢາກ​ກັນ​ພະ​ຍາດ​ ແລະ ເຫັນ​ວ່າ  ລົດຕູ້ເຢັນຂົນ​ສົ່ງ​ສິນ​ຄ້າ  ແລະ ອຸປະກອນໄອ​ທີ ດັ່ງກ່າວນີ້ ຈະຊ່ວຍຊຸກຍູ້ສົ່ງເສີມສູນສຸຂະພາບແມ່ ແລະ ເດັກ, ໂຮງໝໍສູນກາງ 5 ແຫ່ງ ແລະ ໂຮງໝໍເມືອງ 9 ແຫ່ງ ໃນນະຄອນຫຼວງວຽງຈັນ ໃຫ້ສາມາດປັບປຸງຄຸນະພາບດ້ານຂໍ້ມູນຂ່າວສານ, ປັບປຸງຂະບວນການປ້ອນຂໍ້ມູນ, ການລາຍງານໃຫ້ທັນເວລາ ແລະ ໄວຂຶ້ນໂດຍລະບົບທີ່ຫລຸດຜ່ອນການນຳໃຊ້ເອກະສານ.