ສົງຄາມກາງນຳ ແຟນມິລານ-ເວເນເຊຍ ຍິງພຸໃສ່ກັນຂະນະນັ່ງເຮືອໄປເຊຍບານກັລໂຊ

ຄວັນຫລົງການແຂ່ງຂັນກັລໂຊ ເຊເຣຍ ອາ ອີຕາລີ ນັດທີ 21 ຂອງລະດູການ ເຊິ່ງ ເອຊີ ມິລານ ບຸກໄປຊະນະ ເວເນເຊຍ 3-0 ເຮັດໃຫ້ ຜີສາດແດງດຳ ເກັບເພີ່ມເປັນ 48 ຄະແນນ ຕາມຫລັງທີມນຳ ອິນເຕີ ມິລານ ທີມຮ່ວມເມືອງພຽງຄະແນນດຽວ ແຕ່ແຂ່ງຫລາຍກວ່າ 1 ນັດ ສ່ວນ ເວເນເຊຍ ມີ 17 ຄະແນນຄືເກ່ົາ ຕົກໄປຢູ່ອັນດັບທີ 17.

ແນວໃດກໍຕາມ ໂລກໂຊຊຽລ ມີການແຊຄລິບເຫດການປະຫລາດກ່ອນເກມດັ່ງກ່າວ ເຊິ່ງເກີດຂຶ້ນລະຫວ່າງແຟນບານທັງ 2 ທີມພວມນັ່ງເຮືອເຟີຣີ ຂ້າມທະເລຈາກເມືອງຂອງແຕ່ລະຝ່າຍ ເພື່ອຕາໄປເຊຍທີມຮັກໃນເກມລີກສູງສຸດຂອງອີຕາລີ ທີ່ສະຫນາມສະຕາດີໂອ ປີແອລຸຍຈິເປນໂຊ ສະຫນາມຂອງເວເນເຊຍ.

ຈາກຄລິບດັ່ງກ່າວຈະເຫັນວ່າມີ ເຮືອ 2 ລຳທີ່ຈຸດພຸໄຟຈົນຄວັນກຸ້ມ ກ່ອນຍິງພຸໃສ່ກັນຢ່າງເອົາຈິງເອົາຈັງ ເຊິ່ງເຈົ້າຂອງຄລິບລະບຸວ່າເປັນການປະທະກັນລະຫວ່າງກຸ່ມອຸນຕຣາ (ແຟນບານຫົວຮຸນແຮງ) ຂອງ ເວເນເຊຍ ແລະ ເອຊີ ມິລານ ແຕ່ຍັງໂຊກດີທີ່ບໍ່ມີພຸຕົກໃສ່ເຮືອຂອງຄູ່ກໍລະນີ ເຮັດໃຫ້ບໍ່ເກີດເຫດເພີງໄຫມ້ກາງນ້ຳ ກ່ອນຈະແຍກຍ້າຍກັນໄປ.

ທັງນີ້ ເວເນເຊຍ ຢູ່ໃນສະຖານະການບໍ່ຄ່ອຍດີ ຫລັງຈາກບໍ່ຊະນະໃນເກມລີກເຖິງ 7 ເກມຕິດຕໍ່ກັນ ຫ່າງຈາກເຂດຕົກຊັ້ນພຽງ 4 ຄະແນນ ສ່ວນ ເອຊີ ມິລານ ພວມຫວັງແຊ໊ມ ກັລໂຊ ເຊເຣຍ ອາ ອີຕາລີ ສະໄຫມທຳອິດໃນຮອບ 11 ປີ ຫລັງຈາກໄດ້ແຊ໊ມຄັ້ງສຸດທ້າຍໃນລະດູການ 2010-2011.