8 ລັກສະນະຜູ້ຊາຍຢ່າເລືອກມາເປັນຜົວ

ຜູ້ຊາຍ 8 ລັກສະນະຕໍ່ໄປນີ້ ຢ່າໄດ້ເລືອກມາເປັນຜົວ ຖ້າບໍ່ຢາກເສຍໃຈ – ເສຍເວລາ.

  1. ມັກບົງການຊີວິດ : ເພາະຜູ້ຊາຍບາງຄົນເຂົາກໍມັກຕັ້ງເງື່ອນໄຂ ມັກບົງການໃຫ້ເມຍເຮັດນັ້ນເຮັດນີ້ ອວດເກັ່ງອວດສະຫລາດ ແລະ ແນ່ນອນວ່າຫາກທ່ານເລືອກຜູ້ຊາຍປະເພດນີ້ມາເປັນຜົວ ມັນຈະເຮັດໃຫ້ທ່ານຮູ້ສຶກອຶດອັດ ຈາກນັ້ນກໍອາດຈະນຳໄປສູ່ການມີປາກສຽງ ບັ່ນທອນຄວາມສຳພັນຂອງຊີວິດຄູ່ໄປເລື້ອຍໆຈົນອາດເຮັດໃຫ້ເກີດການຢ່າຮ້າງໃນທີ່ສຸດ.
  2. ມີໜີ້ສິນຖ້ວມຫົວ ແລະ ບໍ່ສົນໃຈ : ເພາະຫລາຍຄົນເຂົາກໍບໍ່ກ້າທີ່ຈະຮ່ວມທາງກັບຄົນແບບນີ້,​ ແຕ່ກໍປະຕິເສດບໍ່ໄດ້ວ່າຊີວິດໃຜໆກໍຮັກ ຄື ຈະມາສ່ຽງກິນເກືອ ຍ້ອນຜົວເປັນນັກພະນັນກໍບໍ່ແມ່ນ ແລະ ບັນຫາເລື່ອງເງິນນັ້ນກໍອາດເປັນສາເຫດທີ່ເຮັດໃຫ້ບັນຫາອື່ນໆມັນເພີ່ມຫລາຍຂຶ້ນໄດ້.
  3. ບໍ່ຢາກຜູກມັດກັບໃຜ : ຖ້າຕິດຈະຕັດສິນໃຈໃຊ້ຊີວິດຄູ່ຮ່ວມກັບໃຜ ຜູ້ຊາຍຄົນນັ້ນທີ່ຕ້ອງຕັດອອກຈາກໂຕເລືອກທັນທີ ແມ່ນຜູ້ຊາຍທີ່ບໍ່ຢາກຜູກມັດກັບໃຜ ເພາະມັກຈະຮັກຄວາມເປັນອິດສະຫລະ ບໍ່ຄ່ອຍຈິງຈັງຫຍັງ ຫາກທ່ານບໍ່ຢາກເສຍເວລາເພື່ອໄລ່ນຳຄົນທີ່ບໍ່ເຫັນຄຸນຄ່າ ກໍຈົ່ງຢ່າເລືອກຜູ້ຊາຍປະເພດນີ້ມາເປັນຄູ່ຊີວິດ.
  4. ບໍ່ມີເປົ້າໝາຍ ບໍ່ມີຄວາມທະເຍີທະຍານ : ຄວາມເປັນຜູ້ນຳຄອບຄົວບໍ່ມີເລີຍ ຖ້າເຂົາຍົງບໍ່ມີຄວາມທະເຍີທະຍານແບບນີ້ ກໍປ່ອຍໃຫ້ເຂົາໄປໃຊ້ຊີວິດແບບຄົນບໍ່ຮູ້ຈັກໃຫຍ່ໃນແບບຂອງເຂົາ ທ່ານຢ່າເສຍເວລາເອົາມາເປັນຜົວຄຽງຄູ່ ເພາະມີແຕ່ຈະເມື່ອຍໃຈ ບໍ່ມີຄວາມສຸກ.
  5. ເກັ່ງແຕ່ເລື່ອງເທິງຕຽງ : ມັນກໍແມ່ນຢູ່ວ່າການຄົບຫາຜູ້ຊາຍຫລໍ່ ຮູບຮ່າງລີລາດີ ມັນຈະເຮັດໃຫ້ທ່ານຮູ້ສຶກຕື່ນເຕັ້ນຄືກັບຕອນຮັກກັນໃໝ່ໆ ທ່ານອາດຈະຮູ້ສຶກພໍໃຈ ບໍ່ຄິດເຖິງເລື່ອງອະນາຄົດ, ແຕ່ເມື່ອຄົບກັນໄປດົນໆແລ້ວ ເຂົາກໍຍັງບໍ່ມີທ່າທີວ່າຈະມີເລື່ອງດີໆ. ສະນັ້ນ, ຈົ່ງກ່າວຄຳອຳລາໄດ້ເລີຍ ທ່ານກຳລັງຊອກຫາຄູ່ຊີວິດ ບໍ່ໄດ້ຊອກຫາແຕ່ຄູ່ນອນ.
  6. ຜູ້ຊາຍທີ່ສົນໃຈແຕ່ໝູ່ຕົນເອງ ຈົນລືມທ່ານ : ເພາະໃນໄລຍະທຳອິດນັ້ນ ທ່ານອາດຈະຮັບໃນເລື່ອງນີ້ໄດ້ ຍິ່ງຖ້າເຂົາເປັນຄົນຮູ້ຈັກແບ່ງເວລາ ມັນຄົງບໍ່ມີບັນຫາ, ແຕ່ຫາກເຂົາເອົາເວລາທີ່ຄວນຈະໃຫ້ທ່ານໄປຢູ່ກັບໝູ່ ແບບນີ້ກໍບໍ່ມີໃຜດີໃຈດອກ ສະນັ້ນ ກໍກ່າວຄຳອຳລາກັນດີກ່ວາ ເພາະຢູ່ກັນໄປ ທ່ານກໍບໍ່ສຳຄັນ.
  7. ຫຍາບຄາຍ – ຄິດເຖິງແຕ່ຕົນເອງ : ບໍ່ມີຄວາມເປັນສຸພາບບູຫລຸດ, ເວົ້າຈາກໍບໍ່ມ່ວນ ເມື່ອເປັນດັ່ງນັ້ນແລ້ວ ຈົ່ງໃຫ້ຍຸດຕິຄວາມສຳພັນກັບເຂົາໄດ້ແລ້ວ ເພາະນອກຈາກວ່າມັນຈະເຮັດໃຫ້ທ່ານຖືກຂົ່ມເຫັງ ທັງການກະທຳ, ຄຳເວົ້າ ແລະ ຍິ່ງຢູ່ນຳກັນດົນໆ ກໍອາດເຮັດໃຫ້ທ່ານກາຍເປັນຄົນຈິດໃຈຄັບແຄບໄປນຳ ແລະ ຫາກເຂົາມັກເວົ້າຂຶ້ນສຽງ ທ່ານກໍຍິ່ງຕ້ອງທົບທວນອີກຄັ້ງ ວ່າຈະແຕ່ງດອງກັບຄົນແບບນີ້ໄດ້ແທ້ຫລືບໍ່.
  8. ນອກໃຈ : ເພາະທ່ານເອງກໍໃຫຍ່ແລ້ວ ກໍບໍ່ຄວນຈະໄປເສຍເວລາໃຫ້ກັບຜູ້ຊາຍຫລາຍໃຈ ຖ້າເຂົາເຄີຍນອກໃຈທ່ານມາແລ້ວ ແລະ ນັ້ນມັນກໍມີໂອກາດວ່າເຂົາອາດຈະເຮັດມັນອີກ ຍິ່ງເຂົາເຮັດມັນຊຳ້ໆ ແລ້ວທ່ານກໍຍັງໃຫ້ອະໄພ ຍັງດື້ດຶງທີ່ຈະແຕ່ງດອງກັບເຂົາ ຈາກນີ້ໄປທ່ານກໍກຽມພົບພໍ້ກັບຄວາມທຸກລະທົມ ແລະ ຂື່ນຂົມໄວ້ນຳ.