7 ຂໍ້ດີຂອງການທ້ອນຄຳ

ຍ້ອນວ່າແຕ່ລະຄົນມີເປົ້າໝາຍໃນການທ້ອນຄຳທີ່ແຕກຕ່າງກັນ,​ ແຕ່ບໍ່ວ່າຈະທ້ອນເພື່ອຈຸດປະສົງຫຍັງ ຄຳກໍຍັງຄົງເປັນທີ່ຕ້ອງການໃນທຸກມື້ນີ້ ແລະ ໃນໄລຍະເຫດການສຳຄັນໆດັ່ງຕໍ່ໄປນີ້ທີ່ຈະເຮັດໃຫ້ຄຳເປັນໂຕຊ່ວຍໄດ້ດີໃນການທ້ອນ.

  1. ໃຫ້ເປັນຂອງຂັວນລູກສຳລັບວັນສຳຄັນ : ເພາະຄຳຖືວ່າເປັນສົມບັດທີ່ມີມູນຄ່າ ຫລາຍໆຄົນທ້ອນຄຳໄວ້ກໍເພື່ອເປັນມໍລະດົກໃຫ້ລູກຫລານ,​ ບາງຄົນກໍເອົາໄວ້ເປັນທຶນສຳຮອງ ຫລື ໃຫ້ເປັນຂອງຂັວນໃນມື້ສຳຄັນໆ ແລະ ລູກຫລານກໍເອົາຄຳເຫລົ່ານີ້ໄປຕໍ່ຍອດທາງການເງິນອີກຂັ້ນໜຶ່ງໄດ້ຄືກັນ.
  2. ໃຊ້ແທນການທ້ອນເງິນ ທ້ອນເງິນບໍ່ໄດ້ ທ້ອນເງິນບໍ່ຢູ່ ກໍປ່ຽນມາທ້ອນຄຳແທນ : ຍ້ອນມັນເປັນຊັບສິນອັນໜຶ່ງທີ່ຖືກເອົາມາໃຊ້ເປັນເຄື່ອງມືໃນການທ້ອນເງິນ ສຳລັບຜູ້ທີ່ທ້ອນເງິນບໍ່ໄດ້ ການທ້ອນຄຳແທນເງິນກໍເທົ່າກັນກັບການຝາກປະຈຳກັບທະນາຄານ ພຽງແຕ່ປ່ຽນຈາກສະສົມເງິນມາເປັນສະສົມຄຳແທນ ໂດຍຈະໃຊ້ໂປຣແກຣມອອມຄຳ ກໍຄືທະຍອຍຊື້ສະສົມທຸກໆເດືອນ ເພາະສະນັ້ນ ທ່ານຈະໄດ້ລາຄາແບບສະເລ່ຍກັນໄປ ເມື່ອຄົບກຳນົດອອກຄົບ ຢາກຈະເບີກຄຳມາເກັບໄວ້ກັບຕົນເອງ ຫລື ຂາຍຄືນປ່ຽນເປັນເງິນສົດ ກໍເຮັດໄດ້ຄືກັນ.
  3. ຊັບສິນທາງເລືອກ ການກະຈາຍຄວາມສ່ຽງ : ຍ້ອນການຖືຄຳໄວ້ເຜື່ອມື້ໃດຫຸ້ນຕົກຈະໄດ້ອຸ່ນໃຈຢູ່ສະເໝີ ຄວາມສ່ຽງທີ່ວ່ານີ້ແມ່ນຄວາມສ່ຽງຂອງຄ່າເງິນ ແລະ ມີຫລາຍປະເທດເກັບສຳຮອງຄຳໄວ້ເພື່ອປ້ອງກັນການເກີດວິກິດທາງການເງິນ ເຊິ່ງຄົນໄວກະສຽນຈຳນວນບໍ່ໜ້ອຍເລີຍທີ່ຊື້ຄຳເກັບໄວ້ເພື່ອເປັນການລົງທຶນ ທັງຍັງກະຈາຍຄວາມສ່ຽງຂອງຊັບສິນອື່ນໆນຳ ເຊັ່ນ : ຫຸ້ນຕາສານ,​ ໜີ້ພັນທະບັດ ເພາະຖ້າເກີດວິກິດ ຊັບສິນທີ່ລົງທຶນໂຕໃດຂາດທຶນຈະໄດ້ມີຄຳເອົາໄວ້ເປັນຫລັກປະກັນ ເພາະລາຄາຄຳບໍ່ປ່ຽນໄປຕາມລາຄາສິນຄ້າອື່ນ ຍິ່ງເງິນເຟີ້ສູງ ລາຄາຄຳຍິ່ງສູງ. ສະນັ້ນ, ຢ່າງໜ້ອຍໆການມີຄຳຕິດໂຕໄວ້ມັນກໍເຮັດໃຫ້ທ່ານໝັ້ນໃຈອຸ່ນໃຈໄດ້ວ່າມີເງິນສຳຮອງ.
  4. ປ້ອງກັນອັດຕາເງິນເຟີ້ : ຍຸກນີ້ເຂົ້າຍາກໝາກແພງ ເງິນເກືອບບໍ່ເຫລືອກັນແລ້ວ ອັນຕາເງິນເຟີ້ນັ້ນແປວ່າ ສິນຄ້າ ແລະ ບໍລິການຕ່າງໆຈະມີີລາຄາແພງກ່ວາເກົ່າ ໂຕຢ່າງເມື່ອ 3 ປີຫລັງ ລາຄາເຝີ 1 ຖ້ວຍບໍ່ເກີນ 10,000 ກີບ ແຕ່ປັດຈຸບັນເຝີລາຄາ 15,000 – 20,000 ກີບແລ້ວ ເປັນຕົ້ນ ແລະ ນີ້ກໍຈະສົ່ງຜົນຕໍ່ເງິນທ້ອນທີ່ມີຢູ່ ຈົນບໍ່ພໍໃຊ້ຈ່າຍໃນໄວກະສຽນ, ແຕ່ກົງກັນຂ້າມ ຄຳສາມາດປ້ອງກັນຄວາມສ່ຽງຂອງອັດຕາເງິນເຟິ້ໄດ້ດີ ລາຄາຄຳນັ້ນຈະບໍ່ປ່ຽນໄປຕາມລາຄາສິນຄ້າ ຍິ່ງເງິນເຟີ້ສູງ ລາຄາຄຳກໍຈະຍິ່ງສູງໄປນຳ.
  5. ສຳຮອງການເງິນໃນຍາມສຸກເສີນ : ທ່ານຄົງຈະເຄີຍເຫັນຂ່າວຜູ້ປົກຄອງເອົາຄຳມາຂາຍໃນໄລຍະເປີດສົກຮຽນໃໝ່ຂອງລູກໆ ເນື່ອງຈາກຄ່າໃຊ້ຈ່າຍເລື່ອງຮຽນຕໍ່ຂອງລູກອ່າວສູງ ພໍ່ແມ່ທ່ານໃດທີ່ບໍ່ໄດ້ວາງແຜນການເງິນໄວ້ດີໆ ກໍໄດ້ຄຳນີ້ລະມາຊ່ວຍໃຫ້ຜ່ານພົ້ນໄລຍະເວລາຍາກລຳບາກໄປໄດ້ ທັງນີ້ຍັງມີເລື່ອງຂອງອຸປະຕິເຫດ ຫລື ແມ່ນແຕ່ບັນຫາທາງດ້ານກົດໝາຍທີ່ອາດຈຳເປັນຕ້ອງໃຊ້ເງິນຫລາຍ ຈົນສົ່ງຜົນໃຫ້ເງິນໝົດໄປ ຫລື ແມ່ນແຕ່ບັນຫາເລື່ອງເສດຖະກິດເຊື່ອມໂຊມ ແລະອື່ນໆ ຈົນເຮັດໃຫ້ທ້ອນໝົດໄປ.
  6. ໃຊ້ຈ່າຍໃນຍາມເຈັບປ່ວຍ : ເຊັ່ນ ຄ່າປິ່ນປົວ ກໍຖືເປັນອີກໜຶ່ງລາຍຈ່າຍທີ່ຄົນທຸກໄວຕ້ອງນຶກເຖິງ ໂດຍສະເພາະໄວກະສຽນທີ່ມີອາຍຸຫລາຍໆແລ້ວສຸຂະພາບກໍອາດບໍ່ໄດ້ດີຄືແຕ່ກ່ອນ ໂອກາດເກີດເຈັບໄຂ້ໄດ້ປ່ວຍກໍຫລາຍຂຶ້ນຕາມອາຍຸ. ສະນັ້ນ ຄວນກຽມພ້ອມກັບຄ່າໃຊ້ຈ່າຍສ່ວນນີ້ ແລະ ແນ່ນອນວ່າໂລກໄພໄຂ້ເຈັບບາງຢ່າງມີຄ່າໃຊ້ຈ່າຍອ່າວສູງ ປະກັນສຸຂະພາບ ຫລື ປະກັນສັງຄົມ ອາດຈະຊ່ວຍເຮົາໄດ້ບໍ່ເຕັມທີ່ ເຮົາຈຶ່ງຕ້ອງມີເງິນທ້ອນໃນພາກສ່ວນນີ້ໃຫ້ພໍ.
  7. ເປັນເງິນໃນການເຮັດທຸລະກິດ ເມື່ອຕ້ອງການເຮັດທຸລະກິດແຕ່ທຶນບໍ່ພໍ ແລະ ເງິນທ້ອນເຫລືອໜ້ອຍ : ເຖິງວ່າຄຳຈະບໍ່ມີເງິນປັນຜົນ, ບໍ່ມີດອກເບ້ຍໃຫ້ຄືກັບຊັບສິນອື່ນໆ, ແຕ່ວ່າລາຄາສ່ວນຕ່າງແມ່ນສິ່ງທີ່ເຮັດໃຫ້ຄຳໄດ້ຮັບຄວາມສົນໃຈໃນການລົງທຶນ ແລະ ມີຫລາຍຄົນທີ່ກະສຽນແລ້ວຫັນມາເຮັດທຸລະກິດນ້ອຍໆເພື່ອໃຫ້ເກີດລາຍໄດ້ ໂດຍບາງເທື່ອອາດຕ້ອງໃຊ້ທຶນບໍ່ໜ້ອຍ ເງິນທີ່ທ້ອນມາອາດບໍ່ພໍ ເຮັດໃຫ້ຄຳເປັນຊັບສິນທີ່ຊ່ວຍໃນເລື່ອງນີ້ໄດ້ເປັນຢ່າງດີ.