ຊາຣາໂປວາ ຜ່ານເຂົ້າຮອບ 2 ເຕັນນິສທີ່ ສະຫະລັດ

ການແຂ່ງຂັນເຕັນນິສດັບ ເບິລຢູທີເອທົວ ລາຍການ ແບງ ອອຟ ເດິ ເວສ ຄລາສສິກ ທີ່ສະ ແຕນຟອດ ປະເທດສະຫະລັດ ອາ ເມຣິກາ ເປັນການແຂ່ງຂັນປະ ເພດຍິງດ່ຽວຮອບທຳອິດ ມາເຣຍ ຊາຣາໂປວາ ນັກເຕັນນິສສາວ ຈາກ ຣັດເຊຍ ທີ່ໄດ້ໃບອະນຸຍາດ ໃນລາຍການ ເຊົາເຈັບກັບທາລົງ ຫຼິ້ນໄດ້ອີກຄັ້ງ ພົບກັບ ເຈນນິເຟີ ເບຣດີ ນັກເຕັນນິສເຈົ້າຖິ່ນ.
ຜົນປາກົດວ່າ ຊາຣາໂປວາ ເອົາຊະນະໄປໄດ້ 2-1 ເຊັດ ຜ່ານ ເຂົ້າຮອບ 2 ໄດ້ສຳເລັດ ໂດຍຈະ ເຂົ້າໄປພົບກັບ ເລເຊຍ ຊູເຣນໂກ ມືວາງອັນດັບ 7 ຂອງລາຍການ ຊາວ ຢູເຄຣນ ຕໍ່ໄປ.

