ຊະລາຕັນ ຍິງທາບສະຖິຕິ ໂຣນັລໂດ້ ໃນເກມທີ່ ມິລານ ຖະລົ່ມ ເວເນເຊຍ ໃນສຶກ ການໂຊ່ ຊິເຣຍອາ.

ໃນສຶກ ການໂຊ່ ເຊເຣຍອາ ອີຕາລີ ທີ່ຜ່ານມາ ນັດທີ 21 ຂອງລະດູການນີ້ ເອຊີ ມິລານ ເອົາຊະນະ ເວເນເຊຍ 3-0 ເຮັດໃຫ້ “ຜີສາດແດງ” ເກັບໄດ້ເຖິງ 48 ຄະແນນຕາມຫລັງຈ່າຝູງ ອິນເຕີ ມິລານ ທີມຮ່ວມເມືອງ ເມືອງພຽງແຕ່ຄະແຮຮດຽວ ແຕ່ລົງຫລີ້ນຫລາຍກວ່າໜຶ່ງນັດ, ຂະນະທີ່ ເວເນເຊຍ ມີ 17 ຄະແນນເທົ່າເດີມ, ຕົກໄປຢູ່ອັນດັບທີ 17.
ໃນເກມນີ້ ຊະລາຕັນ ອິບບຣາມູວິດ ຍິງໃຫ້ ເອຊີ ມິລານ ຂຶ້ນນຳເວເນເຊຍ 1-0 ໃນນາທີທີ່ 2 ຊ່ວຍໃຫ້ ຈອມເກົ໋າ ໄວ 40 ປີ ຍິງປະຕູຄູ່ແຂງໄດ້ 80 ປະຕູ ເຊິ່ງເປັນນັກເຕະຄົນທີ 2 ທີ່ເຮັດໄດ້ໃນ 5 ລີກສູງສຸດຂອງເອີຣົບ, ນັບຕັ້ງແຕ່ປີ 2000 ຕໍ່ຈາກ ຄຣິສເຕຍໂນ ໂຣນັລໂດ້ ຍອດດາວຍິງທີມຊາດປອກຕຸຍການ ຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ.
ເຊິ່ງ ຄຣິສເຕຍໂນ ໂຣນັລໂດ ຍິງປະຕູຄູ່ແຂງທີມທີ 80 ໄດ້ໃນພຣີເມຍລີກ ອັງກິດ ນັດທີ່ ແມນເຊັສເຕີ ຢູໄນເຕັດ ເປີດບ້ານຊະນະ ເບີນລີ 3-1 ເມື່ອວັນທີ 30 ທັນວາຜ່ານມານີ້.

