ຢູຟາ ລົງໂທດ ໂຈນ 2 ນັດ ກໍລະນີ້ເວົ້າຈາບໍ່ເໝາະສົມຕໍ່ເຈົ້າໜ້າທີ່ກວດສານເສບຕິດ

ສະຫະພັນບານເຕະເອີຣົບ ຫຼື ຢູຟາ ປະກາດລົງໂທດດາວເຕະ ຂອງ ແມນເຊສເຕີ ຢູໄນເຕັດ 2 ຄົນ ເຊິ່ງ ຟິລ ໂຈນ ຖືກລົງໂທດ 2 ນັດ, ສ່ວນ ດາລີ ບລິນ ຖືກປັບ ເງິນພຽງຢ່າງດຽວ ໂຈນ ຖືກ ຕັ້ງຂໍ້ຫາຈາກທາງ ຢູຟາ ວ່າ ໃຊ້ ຄຳເວົ້າດູໝິ່ນ ແລະ ພາສາບໍ່ ເໝາະສົມຕໍ່ເຈົ້າໜ້າທີ່ຄວບຄຸມ ການກວດສານກະຕຸ້ນ ຫຼັງຈາກທີ່ ລາວຖືກຮ້ອງໃຫ້ກວດສານຍາ ເສບຕິດໃນຮອບຊີງຊະນະເລີດ ຢູໂຣປາລີກ ກັບ ອາແຍກ ໂດຍ ໂຈນ ຖືກຕັດສິນລົງໂທດ 2 ນັດ ພ້ອມກັບປັບເງິນ 5.000 ເອີໂຣ ເຊິ່ງໝາຍຄວາມວ່າ ໂຈນ ຈະໝົດ ສິດລົງສະໜາມໃນການແຂ່ງຂັນ ຢູຟາ ຊຸ ເປີຄັບ ກັບ ຣິນ ມາດຣິດ ແນ່ນອນແລ້ວ.
ອີກຄົນທີ່ຖືກລົງໂທດຄື ດາລີ ບລິນ ທີ່ເກມນັ້ນລາວລົງຫຼິ້ນເຕັມ 90 ນາທີ ເຊິ່ງນັກເຕະ ທີມຊາດ ຮອລແລນ ຖືກປັບເງິນ 5.000 ເອີໂຣ ຈາກການທີ່ລະເມີດ ແລະ ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ທັນທີ ທີ່ຖືກຮຽກໂຕຫຼັງເກມຈົບ ໄປກວດຫາສານເສບຕິດ.
ສ່ວນ ແມນເຊສເຕີ ຢູໄນເຕັດ ຖືກລົງໂທດປັບເງິນ 10.000 ເອີໂຣ ຈາກການທີ່ນັກເຕະເຮັດ ຜິດກົດ ແຕ່ແນວໃດກໍຕາມ ທັງ ໝົດພວກເຂົາສາມດາຍື່ນອຸທອນໄດ້.