ປີ 2022 ສປປ ລາວ ຈະເພີ່ມອັດຕາການສັກວັກຊີນໃຫ້ໄດ້ 70% ຂຶ້ນໄປ

ບັນລຸເປົ້າໝາຍນີ້, ຈະເນັ້ນການບໍລິການທັງຄົງທີ່ ແລະ ເຄື່ອນທີ່ເຂົ້າໄປໃຫ້ເຖິງກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ໂດຍສະເພາະຜູ້ອາຍຸສູງ, ຜູ້ມີພະຍາດປະຈຳຕົວ ຍິ່ງຈຳເປັນຕ້ອງໄດ້ສັກວັກຊີນໃຫ້ຄົບຕາມການແນະນຳ ແລະ ຜູ້ທີ່ໄດ້ສັກຄົບ 2 ເຂັມແລ້ວກໍຕ້ອງໃຫ້ໄດ້ສັກເຂັມກະຕຸ້ນເພື່ອຍົກລະດັບພູມຄຸ້ມກັນໃຫ້ແກ່ຮ່າງກາຍຢ່າງສະໝໍ່າສະເໝີ. ສຳລັບວັກຊີນຟາຍເຊີ ທີ່ໄດ້ຮັບຈາກລັດຖະບານສະຫະລັດອະເມລິກາ ແລະ ອົດສຕຣາລີ 1.704.690 ໂດສ ຈະໄດ້ແຈກຢາຍໃຫ້ແຕ່ລະແຂວງໃນທົ່ວປະເທດ. ຂະນະທີ່ຢູ່ນະຄອນ ຫຼວງວຽງຈັນຈະເລີ່ມສັກວັກຊີນ ແຕ່ວັນທີ 10 ມັງກອນເປັນຕົ້ນໄປຢູ່ໂຮງໝໍສູນກາງແຕ່ລະແຫ່ງ, ວັດຈີນດົງປ່າແຫຼບ, ສ່ວນໂຮງໝໍເມືອງທຸກແຫ່ງໃນນະຄອນຫຼວງຈະເລີ່ມແຕ່ວັນທີ 11 ມັງ ກອນນີ້ເປັນຕົ້ນໄປ ໂດຍເລັ່ງໃສ່ກຸ່ມເປົ້າໝາຍອາ ຍຸ 12-17 ປີ, ຜູ້ອາຍຸສູງ ແລະ ຜູ້ມີພະຍາດປະຈໍາຕົວ. ສຳລັບຜູ້ສັກຄົບ 2 ເຂັມມາໄດ້ 5 ເດືອນແລ້ວ ສາມາດສັກເຂັມກະຕຸ້ນໄດ້ລວມທັງວັກຊີນ Astrazeneca, Senopharm, Senovax ຊື່ງຖືວ່າມີພຽງພໍເພື່ອບໍລິການປະຊາຊົນ.

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸຸກ ກ່າວໃນວັນທີ 8 ມັງກອນທີ່ກະຊວງສາທາລະນະສຸກວ່າ: ປັດຈຸບັນພວກເຮົາບັນລຸການສັກວັກຊີນເຂັມທີ 1 ກວມ 62,82% ແລະ ເຂັມທີ 2 ກວມເອົາ 50,23% ແລະ ອັນສໍາຄັນທີ່ສຸດຍ້ອນປະຊາຊົນບັນດາເຜົ່າໄດ້ຕື່ນຕົວ ເຫັນວ່າວັກຊີນມີປະໂຫຍດ ແລະ ມີຄຸນນະພາບຕໍ່ການສ້າງພູມຄຸ້ມກັນໃຫ້ຮ່າງກາຍ ເຮັດໃຫ້ເຮົາຫຼຸດຜ່ອນຈາກການຕິດເຊື້ອ, ການເຈັບເປັນ ແລະ ການເສຍຊີວິດຍ້ອນພະຍາດດັ່ງກ່າວ. ທັງນີ້, ເຈົ້າ ໜ້າທີ່ໜ່ວຍງານເຝົ້າລະວັງຂອງສູນວິເຄາະ ແລະ ລະບາດວິທະຍາ ຊີ້ໃຫ້ເຫັນປະຫວັດການສັກວັກຊີນ ແລະ ລະດັບຄວາມຮຸນແຮງຂອງຄົນເຈັບ (ພາຍຫຼັງການກວດຢັ້ງຢືນ PCR) ຈາກຜູ້ມາເກັບຕົວຢ່າງທີ່ເປັນຜົນບວກ 81.679 ຄົນນັ້ນ, 63% ຍັງບໍ່ໄດ້ສັກຢາ, 26,7% ໄດ້ສັກ 1 ເຂັມ, 6,3% ສັກຄົບ 2 ເຂັມ ແລະ 4% ບໍ່ໄດ້ລະບຸ. ນີ້ເປັນການຊີ້ໃຫ້ເຫັນວ່າ: ຜູ້ທີ່ບໍ່ໄດ້ສັກຢາວັກຊີນມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19. ຂະນະທີ່ຜູ້ທີ່ໄດ້ສັກສັກວັກຊີນ 80,2% ເມື່ອຕິດເຊື້ອບໍ່ມີອາການສະແດງ, 18,6% ມີອາການແບບເບົາບາງ ແລະ 1,2% ມີອາການຮຸນແຮງ; ຂໍ້ມູນເຝົ້າລະວັງນີ້ສະທ້ອນໃຫ້ເຫັນຜົນດີຂອງການໄດ້ສັນວັກຊີນເພາະສາມາດຊ່ວຍຫຼຸດຜ່ອນອັດຕາການເຈັບ ແລະ ຄວາມຮຸນແຮງບໍ່ໃຫ້ເສຍຊີວິດໄດ້ ໂດຍສະເພາະຜູ້ມີຄວາມສ່ຽງສູງໃນການເຈັບເປັນຮຸນແຮງຄືຜູ້ອາຍຸສູງ ແລະ ມີພະຍາດປະຈຳຕົວ.
ແນວໃດກໍດີ, ຜ່ານມາຄອບຄົວສ່ວນໃຫຍ່ເຂົ້າໃຈວ່າຜູ້ອາຍຸສູງບໍ່ມີຄວາມສ່ຽງເພາະເພີ່ນບໍ່ໄດ້ໄປໃສ ບໍ່ມີໂອກາດໄປສຳພັດໃຜ, ແຕ່ໃນຄວາມເປັນຈິງແລ້ວລູກຫຼານຄົນໃນຄອບຄົວເປັນຜູ້ເອົາເຊື້ອເຂົ້າໄປຕິດໃສ່ຜູ້ອາຍຸສູງ ແລະ ຜູ້ມີພະຍາດປະຈໍາຕົວທີ່ນອນຕິດຕຽງ ກໍຕ້ອງຕິດເຊື້ອ. ດັ່ງນັ້ນ ລູກໆຫລານໆທຸກຄົນຈົ່ງໄດ້ເອົາໃຈໃສ່ເປັນພິເສດ ໂດຍໃຫ້ພາຜູ້ອາຍຸສູງ ແລະ ມີພະຍາດປະຈຳຕົວ ມາສັກຢາກັນໂຄວິດ-19 ໃຫ້ຄົບ ຖ້າມາບໍ່ໄດ້ແທ້ໆ ກໍຕ້ອງປະສານຫາແພດສຸກສາລາ ແລະ ໂຮງໝໍເມືອງສາມາດເຄື່ອນທີ່ເຂົ້າໄປຫາໄດ້.

