ທ່ານນາຍົກລັດຖະມົນຕີ ຟາມມິງ ຈິງ ຫວຽດນາມ ຕ້ອນຮັບນາຍົກລັດຖະມົນຕີຂອງລາວ ທ່ານ ພັນຄຳ ວິພາວັນ ທີ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ

ແຫລ່ງຂ່າວຈາກຂ່າວສານຂອງຫວຽດນາມ ລາຍງານຕອນເຊົ້າວັນທີ 8 ມັງກອນ 2022 ນີ້ ໃຫ້ຮູ້ວ່າ ຢູ່ທີ່ສຳນັກງານປະທານປະເທດແຫ່ງ ສສ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຟາມມິງ ຈິງ ໄດ້ຕ້ອນຮັບນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ພັນຄຳ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ ທີ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8-10 ມັງກອນ 2022 ນີ້.

ເຂົ້າຮ່ວມຕ້ອນຮັບ ທ່ານ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລະດັບສູງຂອງລາວຄັ້ງນີ້, ມີບັນດາທ່ານລັດຖະມົນຕີ ແລະ ການນຳຂອງກະຊວງຕ່າງໆ ເຊັ່ນ: ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຄົມມະນາຄົມ ແລະ ການຂົນສົ່ງ, ກະຊວງໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງສຶກສາ ແລະ ກໍ່ສ້າງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະສະສຸກ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ຫ້ອງການລັດຖະບານ, ທະນາຄານແຫ່ງລັດຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ລາວ-ລາວຫວຽດນາມ, ບັນດາທູດອາຊຽນປະຈຳຢູ່ຫວຽດນາມ.

ການຢ້ຽມຍາມຫວຽດນາມໃນຄັ້ງນີ້ ນາຍົກລັດຖະມົນຕີ ຟາມມິງ ຈິງ ຂອງຫວຽດນາມ ແລະ ນາຍົກລັດຖະມົນຕີຂອງລາວ ທ່ານ ພັນຄຳ ວິພາວັນ ຈະພ້ອມກັນປຸກລະດົມຂົນຂວາຍຂະບວນການແຫ່ງປີສາມັກຄີມິດຕະພາບຫວຽດນາມລາວ-ລາວຫວຽດນາມ ປີ 2022 ແລະ ຈະເຊັນສັນຍາຄັ້ງທີ 44 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດ ແລະ ລາວ.

ນາຍົກລັດຖະມົນຕີຂອງລາວ ທ່ານ ພັນຄຳ ວິພາວັນ ພ້ອມດ້ວຍຄະນະ ຈະໄດ້ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ ຫງວຽນຟູ ຈ້ອງ, ພົບປະກັບປະທານປະເທດຂອງຫວຽດນາມ ທ່ານ ຫງວຽນຊັວນ ຟຸກ, ປະທານສະພາແຫ່ງຊາດ ຫວຽດນາມ ທ່ານ ເວືຶອງດີງ ເຫວະ

ການຢ້ຽມຍາມຫວຽດນາມໃນຄັ້ງນີ້ ເປັນຄັ້ງທຳອິດຂອງນາຍົກລັດຖະມົນຕີຂອງລາວ ທ່ານ ພັນຄຳ ວິພາວັນ ໃນຖານະໄດ້ຮັບຕຳແໜ່ງໃໝ່ຂອງຕົນ ແລະ ກໍເປັນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງການນຳລະດັບສູງຂອງລາວໃນປີ 2022 ນີ້.

ไม่มีคำอธิบาย

ไม่มีคำอธิบาย