ອັນຕະລາຍຈາກການກິນປູດິບ ສ່ຽງແມ່ພະຍາດ-ອາຫານເປັນພິດ-ຖອກທ້ອງ

ການກິນປູດິບ, ກິນອາຫານສຸກໆດິບໆ ທີ່ບໍ່ຜ່ານການປຸງແຕ່ງໃຫ້ສຸກດີ, ບໍ່ຜ່ານຄວາມຮ້ອນ ຫລື ໃຊ້ຄວາມຮ້ອນໃນໄລຍະເວລາສັ້ນ ເຊັ່ນ : ຍຳປູສົດ, ຕຳໝາກຫຸ່ງໃສ່ກະປູດິບ, ລາບຊີ້ນ, ລາບໝູ ລວມເຖິງອາຫານປະເພດຍຳຕ່າງໆ ທີ່ມັກຈະລວກຊີ້ນສັດພໍໃຫ້ສຸກແຕ່ທາງນອກເທົ່ານັ້ນ ແລ້ວໃສ່ເຄື່ອງປຸງ ແລະ ເນັ້ນລົດຊາດທີ່ເຜັດ ຫລື ສົ້ມ ອາດເຮັດໃຫ້ເພີ່ມໂອກາດສ່ຽງຕໍ່ການປົນເປື້ອນເຊື້ອພະຍາດທີ່ເປັນອັນຕະລາຍໃນອາຫານທີ່ເອົາມາເປັນວັດຖຸດິບໄດ້.
ການກິນປູດິບ ຫລື ປູທີ່ເຄິ່ງສຸກເຄິ່ງດິບ ບໍ່ຜ່ານການປຸງແຕ່ງດ້ວຍຄວາມຮ້ອນ ຫລື ໃຊ້ຄວາມຮ້ອນໃນໄລຍະເວລາສັ້ນ ສ່ຽງຕໍ່ການໄດ້ຮັບແມ່ພະຍາດ ຫລື ແມ່ທ້ອງ ແລະ ພະຍາດໃບໄມ້ໃນຕັບ-ປອດ ເພາະເວລາກິນປູດິບໆເຂົ້າໄປ ກໍມີໂອກາດກິນໄຂ່ ຫລື ໂຕອ່ອນຂອງພະຍາດເຂົ້າໄປນຳ ເຊິ່ງນຳ້ຍ່ອຍໃນກະເພາະບໍ່ສາມາດຂ້າໃຫ້ຕາຍໄດ້ ເຖິງວ່າແມ່ພະຍາດຈະບໍ່ສາມາດແຜ່ພັນໃນໂຕຄົນເຮົາໄດ້, ແຕ່ສາມາດເຈາະເຂົ້າໄປໃນປອດ – ຕັບ, ສາມາດຟັກໂຕ ແລະ ມີຊີວິດຢູ່ໄດ້ປະມານ 1 ເດືອນ ສົ່ງຜົນໃຫ້ມີອາການໄອຊຳ້ເຮື້ອ, ໄອເປັນເລືອດ ແລະ ໃນບາງຄົນອາດເຮັດໃຫ້ເສຍຊີວິດໄດ້ ຈຶ່ງຕ້ອງລະມັດລະວັງໃນການບໍລິໂພກ ເພາະສາມາດເຮັດໃຫ້ອາຫານເປັນພິດໄດ້ ດັ່ງນັ້ນ ເພື່ອຄວາມປອດໄພ ຫາກຢາກປຸງອາຫານທີ່ມີປູເປັນສ່ວນປະກອບຫລັກ ຄວນເອົາປູມາລວກໃຫ້ສຸກດ້ວຍຄວາມຮ້ອນສູງໆກ່ອນເອົາມາກິນ.
- ກິນປູແນວໃດໃຫ້ປອດໄພ, ຫລຸດຄວາມສ່ຽງ : ການປຸງແຕ່ງອາຫານກິນເອງບໍ່ວ່າລາຍການອາຫານຮູບແບບໃດ ຄວນປະຕິບັດດັ່ງວິທີຕໍ່ໄປນີ້ ເພື່ອຫລຸດຄວາມສ່ຽງອັນຕະລາຍ :
- ກ່ອນເອົາວັດຖຸດິບມາປຸງແຕ່ງ ຕ້ອງລ້າງໃຫ້ສະອາດ ເພື່ອຫລຸດການປົນເປື້ອນເຊື້ອພະຍາດ – ແມ່ພະຍາດ, ສານເຄມີຕົກຄ້າງ.
- ຕ້ອງປຸງແຕ່ງໃຫ້ສຸກດີ ໂດຍໃຊ້ຄວາມຮ້ອນໃຫ້ອາຫານສຸກຢ່າງທົ່ວເຖິງ ໂດຍສະເພາະຊີ້ນສັດ ຕ້ອງສຸກຮອດຂ້າງໃນ.
- ຄວນແຍກອາຫານທີ່ປຸງແຕ່ງສຸກ ແລະ ທີ່ຍັງບໍ່ສຸກອອກຈາກກັນ.
- ຍືດຖືຫລັກການກິນຮ້ອນ, ໃຊ້ບ່ວງສ່ວນໂຕ, ລ້າງມື ເພື່ອຫລຸດຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດທີ່ມີອາຫານ ແລະ ນຳ້ເປັນສື່ ເຊັ່ນ : ພະຍາດອາຫານເປັນພິດ, ຖອກທ້ອງ ເປັນຕົ້ນ.
- ຫາກເລືອກຊື້ອາຫານຈາກຮ້ານຄ້າ, ຮ້ານອາຫານ ຄວນສັງເກດປ້າຍສັນຍະລັກ ອາຫານສະອາດ ລົດຊາດແຊບ ຫລື “ Lean Food Good taste ເພື່ອສ້າງຄວາມໝັ້ນໃຈໃນເລື່ອງຄວາມສະອາດປອດໄພຂອງອາຫານ ແລະ ຮ້ານຄ້າໃຫ້ແກ່ຜູ້ບໍລິໂພກ.

