ກິນ​ນ້ຳ​ຕານ​ຫລາຍ​ເກີນ​ໄປ​ສ່ຽງ​ເຮັດ​ໃຫ້​ເຖົ້າ​ໄວ​ແມ່ນ​ແທ້ບໍ່ ?

ນອກ​ຈາກ​ນ້ຳ​ຕານ​ທີ່​ຫລາຍ​ເກີນ​ໄປ​ຈະ​ເປັນ​ສັດ​ຕູ​ກັບ​ຮ່າງ​ກາຍ​ໃນ​ດ້ານ​ຂອງ​ການ​ເພີ່ມ​ໄຂ​ມັນ​ໜາ​ຮອບ​ແອວ, ກົກ​ຂາ, ກະ​ໂພກ ແລ້ວ​ຍັງ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະ​ຍາດ​ເບົາ​ຫວານ ແລະ ພະ​ຍາດ​ອັນ​ຕະ​ລາຍ​ອື່ນໆແລ້ວ ນ້ຳ​ຕານ​ຍັງ​ເປັນ​ສັດ​ຕູ​ກັບ​ຄວາມ​ງາມ ເພ​າ​ະ​ເຮັດ​ໃຫ້​ເຮົາ​ເບິ່ງ​ເຖົ້າ​ກ່​ວາ​ອາ​ຍຸ​ໂຕ​ຈິງ​ນຳ​ແມ່ນ​ຫລືບໍ່ ຂໍ້​ມູນ​ຈາກ​ນັກ​ວິ​ໄຈ​ລະ​ບຸ​ວ່າ : ນ້ຳ​ຕານ​ເປັນ​ສ່ວນ​ປ​ະ​ສົມ​ທີ່​ນິ​ຍົມ​ເອົາ​ມາ​ໃຊ້​ໃນ​ອາ​ຫານ ແລ​ະ ເຄື່ອງ​ດື່ມ, ມີ​ລົດ​ຊາດ​ຫວານ, ຖືກ​ປາກ ແຕ່​ການ​ບໍ​ລິ​ໂພກ​ນ້ຳ​ຕານ​ປະ​ລິ​ມານ​ຫລາຍ ບໍ່​ພຽງ​ແຕ່​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ພະ​ຍາດ​ຕ່າງໆ ເຊັ່ນ : ຕຸ້ຍ, ເບົາ​ຫວານ, ພະ​ຍາດ​ຫົວ​ໃຈ ແລະ ຫລອດ​ເລືອດ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ການ​ເກີດ​ຮອຍ​ຫ່ຽວ​ຍານ ແລະ ບັນ​ຫາ​ເຖົ້າ​ກ່ອນ​ໄວ​ນຳ​ອີກ.

ໂດຍ​ນ້ຳ​ຕານ​ທີ່​ບໍ​ລິ​ໂພກ​ເຂົ້າ​ໄປ​ຈະ​ຖືກ​ຍ່ອຍ​ເປັນ​ໜ່ວຍ​ນ້ອຍໆ ແລະ ດູດ​ຊຶມ​ເຂົ້າ​ກະ​ແສ​ເລືອດ​ຢ່າງວ່ອງ​ໄວ ນ້ຳ​ຕານ​ໃນ​ເລືອດ​ເຫລົ່າ​ນີ້​ສາ​ມາດ​ຈັບ​ກັບ​ໂປ​ຣ​ຕິນ​ອີ​ລາ​ສ​ຕິນ ແລະ ຄໍ​ລາ​ເຈັນ ເກີດ​ເປັນ​ສານ​ປະ​ກອບ​ທີ່​ມີ​ຊື່​ວ່າ Advanced glycation end products ຫລື AGEs ເຊິ່ງ​ສົ່ງ​ຜົນ​ໃຫ້​ໂປ​ຣ​ຕິນ​ອີ​ລາ​ສ​ຕິນ ແລະ ຄໍ​ລາ​ເຈັນ​ເສື່ອມ​ສະ​ພາບ ເຮັດ​ໃຫ້​ຄວາມ​ຫົດ​ຢືດ​ຂອງ​ຜິວ​ໜັງ​ຫລຸດ​ລົງ ເກີດ​ການ​ຫ່ຽວ​ຍານ. ໂດຍ​ທົ່ວ​ໄປ​ແລ້ວ ເມື່ອ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ ການ​ສະ​ສົມ​ຂອງ AGEs  ບໍ​ລິ​ເວນ​ຜິວ​ໜັງ​ຈະ​ເພີ່ມ​ຫລາຍ​ຂຶ້ນ​ນຳ, ແຕ່​ການ​ບໍ​ລິ​ໂພກ​ອາ​ຫານ​ທີ່​ມີ​ປະ​ລິ​ມານ​ນ້ຳ​ຕານ​ຫລາຍ ສາ​ມາດ​ກະ​ຕຸ້ນ​ລະ​ບົບ​ຂະ​ບວນ​ການ​ດັ່ງ​ກ່າວ​ໃຫ້​ເກີດ​ໄດ້​ໄວ ແລະ ຫລາຍ​ຂຶ້ນ ເຮັດ​ໃຫ້​ເກີດ​ຮອຍ​ຫ່ຽວ​ຍານ ແລະ ເຖົ້າ​ກ່ອນ​ອາ​ຍຸ. ດັ່ງ​ນັ້ນ, ຄວນ​ບໍ​ລິ​ໂພກ​ນ້ຳ​ຕານ​ໃນ​ປ​ະ​ລິ​ມານ​ທີ່​ພໍ​ດີ​ພໍ​ງາມ ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ແນະ​ນຳ​ປະ​ລິ​ມານ​ນ້ຳ​ຕານ​ທີ່​ຄວນ​ບໍ​ລິ​ໂພກ​ຄື ບໍ່​ຄວນ​ເກີນ 6 ບ່ວ​ງ​ຊາ​ຕໍ່​ມື້.

  • ວິ​ທີ​ຫລຸດ​ການ​ບໍ​ລິ​ໂພກ​ນ້ຳ​ຕານ​ແບບ​ງ່າຍໆ :
  1. ຫລຸດ​ການ​ບໍ​ລິ​ໂພກ​ເຄື່ອງ​ດື່ມ​ທີ່​ໃສ່​ນ້ຳ​ຕານ​ເປັນ​ສ່ວນ​ປະ​ສົ​ມ​ຈຳ​ນວນ​ຫລາຍ ເຊັ່ນ : ຊາ, ກາ​ເຟ​ທີ່​ໃສ່​ນ້ຳ​ຕານ, ຊັອກ​ໂກ​ແລັດ, ໂກ​ໂກ້, ນົມ​ປັ່ນ, ຊາ​ນົມ, ຊາ​ນົມ​ໄຂ່​ມຸກ, ນ້ຳ​ຕານ​ຕ່າງໆ ລວມ​ເຖິງ​ນ້ຳ​ໝາກ​ໄມ້ ແລະ ນ້ຳ​ອັດ​ລົມ.
  2. ຫລຸດ​ການ​ບໍ​ລິ​ໂພກ​ເຂົ້າ​ໜົມ​ກິນ​ຫລິ້ນ, ເຂົ້າ​ໜົມ​ອົບ​ກອບ​ທີ່​ມີ​ນ້ຳ​ຕານ​ຫລາຍ​ຕ່າງໆ.
  3. ບໍ​ລິ​ໂພກ​ຜັກ-ໝາກ​ໄມ້​ໃຫ້​ຫລາຍ​ຂຶ້ນ, ແຕ່​ລະ​ມັດ​ລະ​ວັງ​ໝາກ​ໄມ້​ທີ່​ມີ​ນ້ຳ​ຕານ​ຫລາຍ ບໍ່​ຄວນ​ກິນ​ຫລາຍ​ເກີນ​ໄປ ເຊັ່ນ : ໝາກ​ມ່ວງ​ສຸກ, ໝາກ​ຖົ່ວ​ລຽນ, ໝາກ​ເງາະ, ໝາກມີ້, ໝາກ​ຂຽບ, ໝາກ​ລຳ​ໄສ … ເຫລົ່າ​ນີ້​ເປັນ​ຕົ້ນ.