ຟີຟາ ເຜີຍ 3 ປະຕູສຸດທ້າຍຊີງລາງວັນປຸສກັສ ອາວອດ 2021

ວັນທີ 5 ມັງກອນທີ່ຜ່ານມາ ສະຫະພັນບານເຕະນາໆຊາດ ຫລື FIFA ປະກາດ 3 ປະຕູສຸດທ້າຍທີ່ມີໂອກາດຄວ້າລາງວັນລູກຍິງດີເດ່ັນແຫ່ງປີ ຟີຟາ ປຸສກັດ ອາວອດ 2021 ຫລັງຈາກເປີດໃຫ້ແຟນບານທົ່ວໂລກຮ່ວມໂຫວດທັງຫມົດ 11 ປະຕູ ຜ່ານທາງເວັບໄຊ https://www.fifa.com/the-best-fifa-football-awards/puskas-award ຕັ້ງແຕ່ວັນທີ 29 ພະຈິກທີ່ຜ່ານມາ.
ຜົນປາກົດວ່າ ລູກຍິງໃນເວທີ ພຣີເມຍລີກ ອັງກິດ ຕິດທີ່ມີໂອກາດລາງວັນຄື ເອຣິກ ລາເມລາ ອະດີດນັກເຕະສະເປີ ( ປັດຈຸບັນຍ້າຍໄປ ເຊບີຢາ ) ທີ່ຍິງໄຂວ້ຢ່າງເຫນືອຊັ້ນ ໃນເກມທີ່ອອກໄປເສຍໃຫ້ ອາເຊນອລ 1-2 ເມື່ອວັນທີ 14 ມີນາ 2021 ເຊິ່ງລູກນີ້ໄດ້ຮັບເລືອກໃຫ້ເປັນປະຕູດີເດ່ັນແຫ່ງລະດູການທີ່ແລ້ວນຳອີກ.
ສ່ວນອີກປະຕູເປັນລູກຍິງຂອງ ພາທຣິກ ຊິກ ທີ່ຍິງໄກເກືອບເຄິ່ງສະຫນາມໃນການແຂ່ງຂັນ ຢູໂຣ 2020 ຮອບແບ່ງກຸ່ມນັດທຳອິດ ເຊິ່ງສາທາລະນະລັດເຊັກ ຊະນະ ສະກັອດແລນ 2-0 ເມື່ອວັນທີ 14 ມິຖຸນາ 2021 ແລະ ຍັງໄດ້ລາງວັນລູກຍິງດີເດ່ັນປະຈຳລາຍການ ກໍຕິດມີໂອກາດຄວ້າລາງວັນ ຟີຟາ ປຸສກັສ ອາວອດ 2021 ນຳອີກ.
ປະຕູສຸດທ້າຍເປັນ ເມດີ ຕາເຣມີ ກອງຫນ້າທີມຊາດອີຣ່ານທີ່ຕີລັງກາຍິງເຂົ້າໄປຢ່າງສົມບູນແບບໃນການແຂ່ງຂັນຢູຟາແຊ໊ມປຽນລີກ ຮອບ 8 ທີມ ນັດທີ 2 ເຊິ່ງ ປໍໂຕ ບຸກໄປຊະນະ ເຊລຊີ 1-0 ເມື່ອວັນທີ 13 ເມສາ 2021 ແຕ່ ປໍໂຕ ເສຍ ເຊລຊີ ດ້ວຍປະຕູລວມ 1-2.
ສຳລັບຜູ້ຊະນະລາງວັນນີ້ຈະມີການປະກາດໃນງານ ເດິ ເບສ ຟີຟາ ຟຸດບອນ ອາວອດ ທີ່ນະຄອນຊູຣິກ ປະເທດສະວິດເຊີແລນ ໃນວັນຈັນທີ 17 ມັງກອນນີ້.

