ລະດັບນ້ຳຢູ່ຫລາຍທ້ອງຖິ່ນເລີ່ມຫລຸດລົງ

ອາທິດຜ່ານມານີ້, ຢູ່ຫລາຍທ້ອງຖິ່ນ, ໂດຍສະເພາະຢູ່ເຂດພາກໃຕ້ ໄດ້ເກີດມີສະພາບນ້ຳຖ້ວມຢ່າງໜັກໜ່ວງ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດລວມໄປເຖິງຖະໜົນຫົນທາງຖືກຕັດຂາດ ແລະ ເສຍຫາຍເປັນຈຳນວນຫລວງຫລາຍ ແລະ ມາຮອດວັນທີ 31 ກໍລະກົດນີ້, ລະດັບນ້ຳຂອງ ແລະ ແມ່ນໍ້າສາຂາບົກແຫ້ງລົງຕາມລຳດັບ, ຈາກການພະຍາກອນລະດັບນ້ຳຂອງ ແລະ ນ້ຳໄຫລເຂົ້າອ່າງນ້ຳງື່ມໃນວັນທີ 1-2 ສິງຫານີ້, ຊຶ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະດັບນ້ຳຂອງຢູ່ແຂວງຫລວງພະບາງ ຫລຸດລົງເຫລືອ 9,22 – 9,28 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18 ແມັດ); ວຽງຈັນ ຫລັກ 4 (ນ້ຳຂອງ) ຫລຸດລົງ 7,67 – 8,02 ແມັດ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ); ປາກຊັນ (ນ້ຳຂອງ) 10,79 – 11,03 ແມັດ (ເຂດລະວັງໄພ 13,50 ແລະ ເຂດອັນຕະລາຍ 14,50 ແມັດ), ສະຫວັນນະເຂດ (ນໍ້າຂອງ) 10,39 – 10,50 ແມັດ (ເຂດລະວັງໄພ 12 ແມັດ ແລະ ເຂດອັນຕະລາຍ 13 ແມັດ); ປາກເຊ (ນ້ຳຂອງ) 11,04 – 11,16 ແມັດ (ເຂດລະວັງໄພ 11 ແມັດ ແລະ ເຂດອັນຕະລາຍ 12 ແມັດ); ແຕ່ຢູ່ຂົວເຊ (ເຊບັ້ງໄຟ) ເພີ່ມຂຶ້ນ 18,96 – 19 ແມັດ (ເຂດອັນຕະລາຍ 17,50 ແມັດ ແລະ ເຂດອັນຕະ ລາຍ 18,50 ແມັດ); ເຂື່ອນນ້ຳງື່ມ 204,74 – 204,93 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ). ແນວໃດກໍຕາມ ປະຊາຊົນທີ່ອາໃສຢູ່ ຕາມທ້ອງຖິ່ນຕ່າງໆ ຈົ່ງມີສະຕິ ແລະ ຕິດຕາມຂ່າວພະຍາກອນອາກາດຢ່າງ ເປັນປົກກະຕິ ເພື່ອເຝົ້າລະວັງສະພາບຝົນຕົກທີ່ອາດຈະເກີດຂຶ້ນອີກ.

