ປີ 2021 ແຂວງອັດຕະປື ຜະລິດເຂົ້າໄດ້ 87 ພັນກວ່າໂຕນ

ແຫລ່ງຂ່າວແຂວງອັດຕະປື ລາຍງານໂດຍອ້າງຕາມການລາຍງານຂອງທ່ານນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຕໍ່ກອງປະຊຸມອົງການປົກຄອງແຂວງເມື່ອບໍ່ດົນຜ່ານມານີ້ວ່າ: ປີ 2021 ສາມາດຜະລິດເຂົ້າໄດ້ 87.793 ກວ່າໂຕນຈາກເນື້ອທີ່ເກັບກ່ຽວຕົວຈິງ 28.551 ເຮັກຕາໃນນີ້ເຂົ້ານາແຊງ 2.765 ໂຕນ, ເຂົ້ານາປີ 82.271 ໂຕນ ແລະ ເຂົ້າໄຮ່ 2.757 ໂຕນ

ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ລາຍງານຕື່ມວ່າ: ປີ 2022 ຈະສູ້ຊົນຜະ ລິດເຂົ້າໃຫ້ໄດ້ 92.213 ໂຕນໃນເນື້ອທີ່ 28.469 ເຮັກຕາ, ໃນນີ້ ນາແຊງ 1.659 ເຮັກຕາ, ຄາດໄດ້ຮັບຜົນຜະລິດ 6.260 ໂຕນ, ນາປີ 25.140 ເຮັກຕາ, ຄາດໄດ້ຮັບຜົນລະລິດ 82.279 ໂຕນ. ຂະນະດຽວກັນຈະປູກພືດຜັກສະບຽງອາຫານໃຫ້ໄດ້ 1.592 ເຮັກຕາ ແລະ ຄາດໄດ້ຮັບຜົນຜະລິດ 15.873 ໂຕນ.