ຈຳນວນຜູ້ຕິດເຊື້ອໂຄວິດຢູ່ຍີ່ປຸ່ນ ສູງເຖິງ 1 ພັນຄົນຕໍ່ວັນ ເປັນຄັ້ງທຳອິດໃນຮອບ 3 ເດືອນ

ຍີ່ປຸ່ນກຽມຜະເຊີນໂຄວິດຮອບໃໝ່ ຄາດທ່າອ່ຽງຜູ້ຕິດເຊື້ອເພີ່ມສູງຂຶ້ນອີກຫລາຍອາທິດ.
ວັນທີ 4 ມັງກອນ 2022 ສະຖານີຂ່າວ NHK ລາຍງານວ່າ: ຕົວເລກຜູ້ຕິດເຊື້ອໂຄວິດ-19 ແຕ່ລະວັນໃນຍີ່ປຸ່ນເພີ່ມຂຶ້ນສູງກວ່າ 1.000 ຄົນເປັນຄັ້ງທຳອິດນັບແຕ່ເດືອນຕຸລາ, ສ່ວນເຈົ້າໜ້າທີ່ສາທາລະນະສຸກພະຍາຍາມຄວບຄຸມການລະບາດທີ່ເກີດຂຶ້ນຢ່າງວ່ອງໄວທົ່ວປະເທດ.
ເກາະໂອກິນາວາທາງຕອນໃຕ້ຂອງຍີ່ປຸ່ນກາຍເປັນຈຸດແພ່ລະບາດແຫ່ງໃໝ່ ມີລາຍງານຜູ້ຕິດເຊື້ອ 200 ກວ່າຄົນໃນວັນທີ 4 ມັງກອນນີ້.
ທ່ານ ທາມາກິ ເດນນີ ຜູ້ບໍລິຫານເຂດໂອກິນາວາ ເປີດເຜີຍວ່າ: ໂອກິນາວາໄດ້ເຂົ້າສູ່ການລະບາດຮອບທີ 6 ແລ້ວ ໂດຍຜູ້ຕິດເຊື້ອສ່ວນຫລາຍມີອາຍຸລະຫວ່າງ 20-50 ປີ ແລະ ຕິດເຊື້ອຈາກການຮັບປະທານອາຫານຮ່ວມກັນເປັນກຸ່ມ.
ຂະນະທີ່ນະຄອນຫລວງໂຕກຽວ ມີຜູ້ຕິດເຊື້ອສູງກວ່າ 100 ຄົນເປັນວັນທີ 2 ຕິດຕໍ່ກັນ ແລະ ມີທ່າອ່ຽງເພີ່ມສູງຂຶ້ນຢ່າງວ່ອງໄວຫລັງຈາກຜ່ານມື້ພັກຊ່ວງປີໃໝ່.
ເຊັ່ນດຽວກັບໂຮງໝໍໃກ້ສະໜາມບິນນານາຊາດນາຣິຕະ ທີ່ຕ້ອງຮັບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫລາຍ ເຊິ່ງເກືອບທັງໝົດພົບເຊື້ອຫລັງຈາກເດີນທາງເຂົ້າມາໃນປະເທດແລ້ວ.
ກ່ອນໜ້ານີ້ໃນເດືອນຕຸລາປີກ່ອນ, ຍີ່ປຸ່ນເປັນອີກ 1 ປະເທດທີ່ສາມາດຄວບຄຸມການລະບາດຈາກເຊື້ອສາຍພັນເດວຕາໄດ້ ຫລຸດຈຳນວນຜູ້ຕິດເຊື້ອລົງມາເຫລືອພຽງຫລັກຮ້ອຍຕໍ່ວັນເປັນເວລາ 3 ເດືອນ ຫລັງຈາກປະສົບບັນຫາຈຳນວນຜູ້ຕິດເຊື້ອສູງເຖິງ 25.000 ຄົນໃນຊ່ວງຮ້າຍແຮງ.
ແຕ່ການເຖິງຂອງເຊື້ອໂອມິຄຣອນ ເຮັດໃຫ້ຍີ່ປຸ່ນມີທ່າອ່ຽງຈະຕ້ອງຜະເຊີນການລະບາດຮອບໃໝ່ອີກ ໂດຍຄະນະກຳມະການຜູ້ຊ່ຽວຊານດ້ານລະບາດວິທະຍາຂອງກະຊວງສາທາລະນະສຸກຍີ່ປຸ່ນຄາດວ່າ: ຈຳນວນຜູ້ຕິດເຊື້ອຈະເພີ່ມຂຶ້ນເລື້ອຍໆໃນຊ່ວງຫລາຍອາທິດຕໍ່ໜ້ານີ້.
ອ້າງອີງ:

