ລູກາກາ ອາດຍ້າຍໄປ ສະເປີ ຫລັງບໍ່ມີຄວາມສຸກກັບເຊລຊີ

ກັດເຊດຕາ ເດລໂລ ສື່ກິລາ ຊື່ດັງຂອງອິຕາລີ ລາຍງານຂ່າວ ໂຣເມລູ ລູກາກູ ກອງຫນ້າທີມຊາດເບລຢຽມ ຂອງສະໂມສອນເຊລຊີ ອາດຍ້າຍໄປຫລິ້ນກັບ ທັອດແນມ ຮັອດສະເປີ ຄູ່ແຂ່ງຮ່ວມພຣີເມຍລີກ ອັງກິດ.

ກາຍເປັນປະເດັນຮ້ອນຂຶ້ນມາທັນທີຈາກກໍລະນີທີ່ ລູກາກູ ອາຍຸ 28 ປີ ອອກມາໃຫ້ສຳພາດກັບ ສະກາຍສະປອດ ອິຕາເລຍ ວ່າລາວບໍ່ມີຄວາມສຸກກັບຊີວິດນັກເຕະກັບເຊລຊີ ສົ່ງຜົນໃຫ້ລາວຖືກຕັດຊື່ໂຕຈິງອອກຈາກທີມໃນເກມທີ່ເຊລຊີເປີດສະຫນາມສະເຫມີກັບ ລີເວີພູລ 2-2 ໃນການແຂ່ງຂັນພຣີເມຍລີກອັງກິດເມື່ອວັນອາທິດທີ່ຜ່ານມາ ແລະ ຈະຖືກຮຽກຕົວໄປລົມກັບ ໂທມັສ ທູເຄິລ ຜູ້ຈັດການທີມເຊລຊີ ເປັນການສ່ວນຕົວນຳອີກ.

ທັງນີ້ ລາຍງານຫລ້າສຸດລະບຸວ່າ ລູກາກູ ເປີດກວ້າງໂອກາດໃນການຍ້າຍໄປຮ່ວມທີມ ທັອດແນມ ຮັອດສະເປີ ໃນໄລຍະລະດູການນີ້ ເຊິ່ງຈະເຮັດໃຫ້ລາວໄດ້ມີໂອກາດຮ່ວມທີກັບ ອັນໂຕນີໂອ ຄອນເຕ ອະດີດຜູ້ຈັດການທີມອິນເຕີ ມິລານ ອີກເທື່ອຫນຶ່ງ ເພາະປັດຈຸບັນ ຄອນເຕ ເປັນຜູ້ຈັດການທີມຂອງ ສະເປີ ນັ້ນເອງ.