RCEP ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ ຈີນປະຕິບັດຕາມຄຳໝັ້ນສັນຍາ ແລະ ພັນທະຢ່າງຮອບດ້ານ

ວັນທີ 1 ມັງກອນປີ 2022, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫລື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ມີ 6 ປະເທດອາຊຽນ ຄື: ລາວ, ຫວຽດນາມ, ກຳປູເຈຍ, ໄທ, ສິງກະໂປ, ແລະບຣູໄນ, ແລະ ມີ 4 ປະເທດທີ່ບໍ່ແມ່ນສະມາຊິກອາຊຽນ ຄື: ຈີນ, ຍີ່ປຸ່ນ, ນູແວນເຊລັງ, ອົສຕຣາລີ. ໄດ້ເລີ່ມປະຕິບັດຕາມສັນຍາດັ່ງກ່າວຢ່າງເປັນທາງການ.
ການມີຜົນບັງຄັບໃຊ້ຂອງ RCEP, ເປັນຂີດໝາຍສະແດງໃຫ້ເຫັນວ່າ ເຂດການຄ້າເສລີທີ່ມີປະຊາກອນຫລາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ, ມີກຳລັງບົ່ມຊ້ອນດ້ານການພັດທະນາຫລາຍທີ່ສຸດໃນໂລກໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈຂອງຝ່າຍຕ່າງໆທີ່ຢາກຮ່ວມກັນຮັກສາລັດທິຫລາຍຝ່າຍ ແລະ ການຄ້າເສລີ ກໍຄືຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ຈະປະກອບສ່ວນອັນສຳຄັນເຂົ້າໃນການເຕີບໂຕດ້ານການຄ້າ ແລະ ການລົງທຶນ, ຟື້ນຟູເສດຖະກິດ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງທົ່ວໂລກ.
ເຈົ້າໜ້າທີ່ກະຊວງການຄ້າຈີນໄດ້ກ່າວວ່າ, ຄຽງຄູ່ກັບການເກີດມີຜົນບັງຄັບໃຊ້ຢ່າງເປັນທາງການຂອງ RCEP, ຄື ນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ, ຈີນຈະປະຕິບັດຕາມຄຳໝັ້ນສັນຍາ ແລະ ພັນທະທັງໝົດທີ່ລະບຸໄວ້ໃນສັນຍາ RCEP ຢ່າງຮອບດ້ານ, ເຊິ່ງລວມທັງການໃຊ້ມາດຕະການປອດພາສີຕໍ່ຜະລິດຕະພັນຈຳນວນຫລວງຫລາຍໃນທັນທີ.
ຂໍ້ມຸນ:CRI