ຈົ່ງຮ່ວມແຮງຮ່ວມໃຈກັນ ຊ່ວຍເຫລືອຜູ້ປະສົບໄພຈາກພາຍຸຊົງກາ

ໂດຍ: ທ່ຽງທຳ
ເພື່ອນຜູ້ອ່ານທີ່ຮັກແພງ, ດັ່ງພວກເຮົາໄດ້ອອກຂ່າວໄປແລ້ວ ຈາກຄວາມເສຍຫາຍຕ່າງໆຈາກພາຍຸຊົງກາ ແລະ ພາຍຸດີເປຣຊັນທີ່ພັດຜ່ານຫລາຍເຂດຂອງປະເທດເຮົາ ອັນໄດ້ກໍ່ໃຫ້ເກີດຜົນເສຍຫາຍ ນັບທັງຊີວິດ ແລະ ຊັບສິນ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນຕ່າງໆຂອງປະຊາຊົນເຮົາເປັນຈຳນວນບໍ່ໜ້ອຍ, ສະເພາະຢູ່ບ້ານກົງແດງ ແລະ ບ້ານໜອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ນອກຈາກເຮືອນຊານຈຳນວນ 89 ຫລັງ ແລະ ຊັບສິນ ພ້ອມຜົນລະປູກເປັນຈຳນວນຫລາຍຖືກນ້ຳຊຸເສຍຫາຍແລ້ວ ຍັງເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ລາວກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຄືຢູ່ແຂວງສະຫວັນນະເຂດມີ 254 ຄອບຄົວໃນເມືອງໄຊພູທອງໄດ້ຮັບຜົນກະທົບ, ເນື້ອທີ່ນາທີ່ຫາກໍປັກດຳໃໝ່ຈຳນວນ 450 ກວ່າເຮັກຕາຖືກນ້ຳຖ້ວມ. ສຳລັບແຂວງອັດຕະປືແມ່ນເຂດເມືອງສະໜາມໄຊມີ 447 ຫລັງຄາເຮືອນໄດ້ຮັບຄວາມເສຍຫາຍ, ເນື້ອທີ່ນາມີຫລາຍກວ່າ 200 ເຮັກຕາຖືກນ້ຳຖ້ວມ ແລະ ຜົນລະປູກອື່ນໆໄດ້ຮັບຄວາມເສຍຫາຍເປັນຈຳນວນຫລາຍ ແລະ ຢູ່ແຂວງສາລະວັນມີ 30 ບ້ານທີ່ໄດ້ຮັບຜົນກະທົບ, ເນື້ອທີ່ປູກເຂົ້າຫລາຍກວ່າ 1.500 ເຮັກຕາຖືກນ້ຳຖ້ວມ, ໃນນັ້ນໜັກໜ່ວງກວ່າໝູ່ແມ່ນກຸ່ມ 2 ບ້ານເລົ່າ ແລະ ກຸ່ມ 3 ບ້ານວາປີ ແລະ ສະພາບນ້ຳຖ້ວມດັ່ງກ່າວຍັງຈະແກ່ຍາວໄປຫລາຍວັນ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈກັນຊ່ວຍເຫລືອຜູ້ປະສົບໄພດັ່ງກ່າວໃຫ້ເຂົາເຈົ້າໄດ້ມີເງື່ອນໄຂດຳລົງຊີວິດ ແລະ ຕ້ານກັບເຫດຮ້າຍດັ່ງກ່າວໃຫ້ຜ່ານພົ້ນໄປໂດຍໄວ ໂດຍສະເພາະອາຫານການກິນ, ນ້ຳດື່ມ ແລະ ເຄື່ອງໃຊ້ປະຈຳວັນອື່ນໆທີ່ຈຳເປັນຕ່າງໆ, ສ່ວນຜູ້ເຮັດວຽກງານສາທາລະນະສຸກກໍຈະຕ້ອງໄດ້ຮີບຮ້ອນລົງກວດກາເຂດໄດ້ຮັບຜົນກະທົບ ເພື່ອຈະມີມາດຕະການຮັບມືກັບການລະບາດຂອງພະຍາດຕ່າງໆທີ່ອາດຈະເກີດຂຶ້ນຫລັງນ້ຳຖ້ວມເຊັ່ນ: ພະຍາດຖອກທ້ອງ, ຕາແດງ, ຕີນມືເປັນຕຸ່ມເປືອຍ ແລະ ອື່ນໆໃຫ້ທັນການ ແລະ ມີປະສິດທິຜົນ.

