ແຂວງອັດຕະປື ມີ 60 ບໍລິສັດພວມຊອກຄົ້ນ, ສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.

ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງໃນວັນທີ 27-28 ທັນວາ 2021 ວ່າ: ຮອດປີ 2021 ທົ່ວແຂວງມີ 60 ບໍລິ ສັດພວມຊອກຄົ້ນ, ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໃນ 66 ກິດຈະການ ໃນນີ້, ຂັ້ນສູນກາງອະນຸຍາດ 17 ບໍລິສັດ, 19 ກິດຈະການ ແລະ ແຂວງ ອະນຸຍາດ 18 ບໍລິສັດ, 20 ກິດຈະການ ແລະ ຂັ້ນເມືອງ 25 ບໍລິສັດ, 27 ກິດຈະການ ໂດຍກວມເອົາເນື້ອທີ່ທັງໝົດ 2.829,217 ກິໂລຕາແມັດ ແລະ ແຮ່ທາດທີ່ອະນຸຍາດມີ: ແຮ່ຄໍາ, ເງິນ, ຊືນ, ບົກຊິດ, ຫີນປະໂກໄດ, ດິນໜຽວຜະລິດດິນຈີ່, ຖ່ານຕົມ, ຫີນບາຊານ, ຫີນຊາຍ, ຫີນຣີໂອຣິດ ແລະຫີນດີໂອໄລຕູບ.

ທ່ານ ວິທະຍາ ກ່າວຕື່ມວ່າ: ປີ 2021 ໄດ້ຮັບພັນທະ ແລະ ຜົນປະໂຫຍດຈາກກິດຈະການແຮ່ທາດ ຄືຄ່າສໍາປະທານທີ່ດິນຈາກໂຄງການທໍລະນີສາດ ແລະ ບໍ່ແຮ່ ທັງສູນກາງ ແລະ ທ້ອງຖິ່ນ 257.742 ໂດ ລາ, ຄ່າຊັບພະຍາກອນແຮ່ທາດ ແລະ ພັນທະມອບເໝົາ 2.687.576,04 ໂດລາແລະ 2.367.319.000 ກີບ, ພັນທະອາກອນຕ່າງໆລວມ 22.702.069.795 ກີບ(ຕົວເລກຍັງຄາດເຄື່ອນຢູ່), ນອກນີ້ຍັງມີພັນທະທຶນຄຸ້ມຄອງໂຄງການ, ທຶນຝຶກອົບຮົມ, ທຶນພັນທະນາສັງຄົມ, ທຶນພັດທະນາທ້ອງຖິ່ນ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມຕື່ມອີກ.

ไม่มีคำอธิบาย

ไม่มีคำอธิบาย

ຂໍ້ມູນ: ຂ່າວສານອັດຕະປື