ຈີນຄຸມເຂັ້ມ ສັ່ງນັກເຕະທີມຊາດລຶບຮອຍສັກ

ລັດຖະບານ ສປ ຈີນ ປະກາດຫ້າມນັກເຕະບານທີ່ມີຮອຍສັກ ໂດຍສັ່ງນັກເຕະທີມຊາດໃຫ້ໄປລຶບຮອຍສັກ ຫລື ປິດບັງຮອຍສັກໃຫ້ມິດຊິດ ເພື່ອເປັນຕົວຢ່າງທີ່ດີຂອງສັງຄົມ ຕາມລາຍງານຈາກສຳນັກຂ່າວຣອຍເຕີ.
ນັກເຕະຊາວຈີນທີ່ມີຮອຍສັກເລີ່ມມີຄ່ານິຍົມສັກລາຍຕ່າງໆຫລາຍກຂຶ້ນເລື້ອຍໆ ລວມເຖິງ ຈາງ ຫລິນເຜິງ ກອງຫລັງທີມຊາດ ເຊິ່ງກ່ອນຫນ້ານີ້ເຄີຍຖືກບອກໃຫ້ປິດຮອຍສັກຂະນະທີ່ລົງຫລິ້ນໃຫ້ທັງທີມຊາດ ແລະ ສະໂມສອນ ກວ່າງໂຈ ເອຟຊີ.
ສຳນັກງານບໍລິຫານກິລາແຫ່ງຊາດປະເທດຈີນ ເປີດເຜີຍໃນຖະແຫລງການວ່າ ‘‘ ຂໍ້ສະເຫນີແນະໃນການເສີມສ້ງາ ແລະ ບໍລິຫານຜູ້ຫລິ້ນວ່າສະມາຄົມບານເຈີນຈະມີກຳນົດຂໍ້ນົດທາງວິໄນສຳລັບຜູ້ຫລິ້ນທີມຊາດທຸກລະດັບ ທີ່ຕ້ອງດຳເນີນການຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງມາດຕະການຈັດການຢ່າງເຄັ່ງຄັດ ແລະ ສະແດງໃຫ້ເຫັນເຖິງຈິດວິນຍານດ້ານບວກຂອງນັກເຕະຈີນ ແລະ ເປັນແບບຢ່າງທີ່ດີສຳລັບສັງຄົມ ’’.
‘‘ ນັກເຕະທີມຊາດ ແລະ ນັກກິລາທີມຊາດ U-23 ບໍ່ໄດ້ຮັບອະນຸຍາດໃຫ້ມີຮອຍສັກໃຫມ່ເດັດຂາດ ແລະ ຜູ້ທີ່ມີຮອຍສັກຢູ່ແລ້ວແນະນຳໃຫ້ລຶບອອກ ຫມາກມີກໍລະນີພິເສດທີ່ຕົກລົງກັນໂດຍທີມ ຜູ້ຫລິນຈະຕ້ອງປົກປິດຮອຍສັກລະຫວ່າງການເຝິກຊ້ອມ ແລະ ການແຂ່ງຂັນ ’’.
ມີການລະບຸນຳອີກວ່າ ສຳລັບທີມອາຍຸຫນ້ອຍ 20 ປີ ຫລື ຕຳ່ກວ່າ ການຄັດເລືອກນັກເຕະທີ່ມີຮອຍສັກເປັນຂໍ້ຫ້າມຢ່າງເຄັ່ງຄັດ ເພີ່ມຕື່ມດ້ວຍການຈັດລະບຽບກິດຈະກຳເຊີງການສຶກສາ ແລະ ການເມືອງ ທີ່ຈະເສີມສ້າງຄວາມຮັກຊາດເປັນການເພີ່ມການຮັບຮູ້ເຖິງຄວາມຮັບຜິດຊອບ ແລະ ສ້າງທີມຊາດທີ່ແຂງແກ່ນ ສາມາດເອົາຊະນະຄູ່ຕໍ່ສູ້ໄດ້ດີ.
