ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ອົງຄະນະພັກຄະນະຈັດຕັ້ງສູນກາງພັກ ເອົາໃຈໃສ່ 6 ບັນຫາ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກໃນວັນທີ 28 ທັນວາ 2021, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກໄດ້ເນັ້ນ 6 ບັນຫາສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ 5 ປີຕໍ່ໜ້າດັ່ງນີ້:
1. ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວອົງ ຄະນະພັກ ໃຫ້ແຂງແຮງ ເລິກເຊິ່ງກວ່າເກົ່າ, ຖືສຳຄັນ ແລະ ເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ຮຽນຮູ້ຫຼັກມູນທິດດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ເຊື່ອມຊຶມກໍາແໜ້ນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ, ກຳແໜ້ນຫຼັກການ ແລະ ວຽກງານກໍ່ສ້າງພັກ-ພະນັກ ງານ, ກຳແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບ ຂອງຄະນະຈັດຕັ້ງສູນກາງພັກ, ຄະນະພັກຊຸດໃໝ່ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງການຫັນປ່ຽນໃໝ່ ທີ່ຕັ້ງໜ້າດ້ານແນວຄິດຈິນຕະນາການຂອງສະມາຊິກພັກ,ພະນັກງານ-ລັດຖະກອນ ພາຍໃນອົງຄະນະພັກຄະນະຈັດຕັ້ງສູນກາງພັກ ແລະ ທົ່ວຂະແໜງວຽກງານຈັດຕັ້ງໃນທົ່ວປະເທດ ຢ່າງຕັ້ງໜ້າ ເພື່ອແກ້ໄຂ ແລະ ຕີຖອຍການເສື່ອມຖອຍແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ.
2. ສືບຕໍ່ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຄວບຄູ່ກັບການປະຕິບັດໜ້າທີ່ການເມືອງ ກໍຄືສິດ, ໜ້າທີ່ຂອງຄະນະຈັດຕັ້ງ; ຕິດຕາມຊຸກຍູ້ຄະນະພັກກະຊວງ-ອົງການ, ນະຄອນ ຫຼວງ ແລະ ບັນດາແຂວງເພື່ອຍົກສູງຄວາມຮັບຜິດຊອບ ແລະ ຖືສໍາຄັນການກໍ່ສ້າງພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງ-ເຂັ້ມງວດ 5 ຫລັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ; ຄຸ້ມຄອງ, ຕີລາຄາຄຸນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກເປັນປົກ ກະຕິ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດໍາເນີນມາດຕະການດ້ານວິໄນຕໍ່ຜູ້ທີ່ລະເມີດກົດລະ ບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ ແລະ ເດັດຂາດເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; ຜ່ານມາຢູ່ຫລາຍບ່ອນການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກໍກວມອັດຕາສ່ວນສູງຫລາຍ ແຕ່ບັນຫາຫຍໍ້ ທໍ້ຍັງກໍ່ເກີດຂຶ້ນຫລາຍ. ສະນັ້ນ ຢາກໃຫ້ເນັ້ນຄຸນນະພາບເປັນຕົ້ນຕໍ, ຕ້ອງຕິດຕາມກວດກາແກ້ໄຂສະພາບຫຍໍ້ທໍ້ໃນຖັນແຖວສະມາຊິພັກ, ພະນັກງານ ແລະ ເພີ່ມຄວາມຮັບຜິດຊອບຂອງຄະນະພັກ ໃນການແກ້ໄຂ ປະກົດການຫຍໍ້ທໍ້ເຫຼົ່ານັ້ນໃຫ້ໄດ້ ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ ທີ່ວ່າ: “ປະກົດການຫຍໍ້ທໍ້ ເກີດຢູ່ບ່ອນໃດ ແມ່ນຄວາມຮັບຜິອຊອບໂດຍກົງຂອງຄະນະພັກບ່ອນນັ້ນ ເປັນຜູ້ດໍາເນີນການກວດກາແກ້ໄຂ ຢ່າງເຂັ້ມງວດ ແລະ ທັນການ”.
3: ສືບຕໍ່ສ້າງບາດກ້າວບຸກທະລຸຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານພະນັກງານ ເລີ່ມແຕ່ຂອດຂຶ້ນແຜນກໍານົດພະນັກງານ. ກໍ່ສ້າງບໍາລຸງຍົກລະດັບ, ການເລືອກເຟັ້ນສັບຊ້ອນຈັດວາງ, ການຄຸ້ມຄອງປ້ອງກັນ, ການຕີລາຄາປະເມີນຜົນ, ການປະຕິ ບັດນະໂຍບາຍ ບົນພື້ນຖານເງື່ອນໄຂ, ມາດຖານຂອງພະນັກງານແຕ່ລະປະເພດທີ່ກໍານົດໄວ້, ຕ້ອງຕັດສິນໃຈຫັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ລົງສູ່ທ້ອງຖິ່ນ-ຮາກຖານ ປະສານສົມທົບແໜ້ນລະຫວ່າງສາຍຕັ້ງ-ສາຍຂວາງ ໃຫ້ເປັນເອກະພາບກັນໃນການສັບຊ້ອນຈັດວາງ, ສັບປ່ຽນບ່ອນປະຈໍາການຂອງພະນັກງານ, ເອົາໃຈໃສ່ສຶກສາອົບຮົມກໍ່ສ້າງພະນັກ ງານໜຸ່ມໃຫ້ເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການປະຕິບັດໜ້າທີ່ວຽກງານເພື່ອສືບທອດ, ປ່ຽນແທນຕໍາແໜ່ງສໍາຄັນຕ່າງໆຂອງພັກ-ລັດ ຢູ່ແຕ່ລະຂັ້ນ, ແຕ່ລະຂົງເຂດວຽກງານ, ຕ້ອງເອົາໃຈໃສ່ປະຕິບັດຕາມທິດ: ພະນັກ ງານ ຕ້ອງຢູ່ບົນຫຼັກການ ມີເຂົ້າ-ມີອອກ, ມີຂຶ້ນ, ມີລົງ ນັ້ນ ຂໍໃຫ້ຈໍາແນກໃຫ້ຈະແຈ້ງ, ບໍ່ຄວນຖືກນໍາໃຊ້ໄປໃນທາງທີ່ຜິດ ເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ, ສ້າງໃຫ້ມີປະສົບການ, ບົດຮຽນດ້ານການນໍາພາເຮັດຕົວຈິງ. ເວົ້າລວມຕ້ອງສູ້ຊົນປະຕິບັດໃຫ້ໄປຕາມທິດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ເພື່ອຮັບຮອງການຂັບເຄື່ອນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກ ຄັ້ງນີ້ ໂດຍຫັນເປັນແຜນການ, ໂຄງການ, ມະຕິ, ຄໍາສັ່ງຢ່າງລະອຽດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ພ້ອມທັງແກ້ໄຂບັນຫາພະນັກງານເຫຼືອບໍ່ພໍໃນຂະແໜງຈັດຕັ້ງ ທັງຢູ່ສູນກາງ-ທ້ອງຖິ່ນ.
4: ຄະນະພັກຊຸດໃໝ່ ຕ້ອງຮີບຮ້ອນແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ ໃຫ້ຈະແຈ້ງ ພ້ອມທັງຍົກສູງຄວາມຮັບຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຕົນໃຫ້ສູງກວ່າເກົ່າ; ສິ່ງສໍາຄັນທີ່ສຸດໃຫ້ຮັກສາຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ຄວາມເປັນເອກະພາບພາຍໃນຄະນະພັກຢ່າງມີຫຼັກການ, ຫຼີກເວັ້ນບໍ່ໃຫ້ເກີດກຸ່ມກ້ອນ, ພັກພວກ, ຕ້ອງເປັນຄະນະດຽວເອກະພາບອີຫຼີ ເພາະວ່າບັນດາສະຫາຍຜູ້ແທນກອງປະຊຸມໄດ້ເລືອກຕັ້ງ ແລະ ມອບໝາຍໜ້າທີ່ໃຫ້ບັນດາສະຫາຍເປັນຜູ້ສືບຕໍ່ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ການເມືອງໃນ 5 ປີຕໍ່ໜ້າໃຫ້ພົ້ນເດັ່ນ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ຫຼື ລື່ນຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.
5: ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກໃຫ້ຖືກຕ້ອງ ແລະ ມີປະສິດທິ ພາບສູງ, ຕ້ອງເຄົາລົບ, ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນຕ່າງໆ ເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດວຽກງານຕົວຈິງ ຢູ່ໜ່ວຍພັກຮາກຖານຕ່າງໆ; ປະຕິບັດລະບອບປະຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິຕາມກົດລະບຽບຂອງພັກກໍານົດໄວ້, ມີການສະຫຼຸບລາຍງານ, ຂໍການຊີ້ນໍາຈາກຂັ້ນເທິງ ແລະ ແຈ້ງຂ່າວໃຫ້ຂັ້ນລຸ່ມເປັນປົກກະຕິ; ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປັບປຸງລະບອບແບບແຜນ, ວິທີນໍາພາຂອງຄະນະພັກ ໃຫ້ສອດຄ່ອງແທດເໝາະກັບຕົວຈິງ, ຫຼີກເວັ້ນການເຮັດວຽກແບບພໍແລ້ວມື້ແລ້ວວັນ, ຕໍາອັນໃດເຮັດອັນນັ້ນ ຫລື ບອກຈຶ່ງເຮັດ, ບໍ່ບອກກໍເສີຍຢູ່; ການເຮັດວຽກຕ້ອງມີແຜນ ການ, ມີຈຸດສຸມ, ຕິດແທດຕົວຈິງ ແລະ ມີການຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນລະບົບ.
6: ໃນຖານະອົງຄະນະພັກຄະນະຈັດຕັ້ງສູນກາງພັກຂອງພວກສະຫາຍເປັນຜູ້ນໍາພາປະຕິບັດພາລະບົດ ບາດ ເປັນເສນາທິການ ກ່ຽວກັບວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ວຽກງານປັບປຸງກົງຈັກການຈັດ ຕັ້ງນັ້ນ, ຕ້ອງກຳແໜ້ນ 3 ບັນຫາ ກໍຄື 3 ວຽກໃຫຍ່ດັ່ງກ່າວ ເພື່ອເປັນໃຈກາງນຳພາປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ, ຕ້ອງເຂັ້ມງວດແທ້, ເດັດຂາດນໍາກັນແທ້ ກຳພະນັກງານຂອງຕົນໃຫ້ແໜ້ນ, ນຳໃຊ້ໃຫ້ຖືກຜູ້ທີ່ເຮັດດີມີຜົນງານກໍ່ຕ້ອງໄດ້ຮັບການຍ້ອງຍໍສັນລະເສີນ ແລະ ສົ່ງເສີມໃຫ້ມີຄວາມກ້າວໜ້າ, ຜູ້ທີ່ລ່ວງລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດຕ້ອງໄດ້ລົງວິໄນຢ່າງເຄັ່ງຄັດແທ້, ເຮັດໄດ້ແນວນີ້/ເປັນການປັບປຸງພາຍໃນພັກ-ລັດເຮົາໃຫ້ໜັກແໜ້ນ, ເຂັ້ມແຂງ, ປອດໃສ ແລະ ຂາວສະອາດ ຈະສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ ຕາມກົດໝາຍ.

