ປກສ ແຂວງບໍລິຄຳໄຊ ທຳລາຍສວນກັນຊາ 135 ກວ່າເຮັກຕາ

ແຫລ່ງຂ່າວຄວາມສະຫງົບ ລາຍງານວ່າ: ກອງບັນຊາການ ປກສ ແຂວງບໍລິຄຳໄຊ ນຳກຳລັງເຈົ້າໜ້າທີ່ສົມທົບກັບພາກສ່ວນກ່ຽວຂ້ອງທຳລາຍສວນກັນຊາທີ່ລັກປູກ 140 ຕອນ ກວມເນື້ອທີ່ 135 ກວ່າເຮັກຕາເຊິ່ງຫລ້າສຸດໃນວັນທີ 26 ທັນວາ 2021 ໄດ້ທຳລາຍສວນກັນຊາຢູ່ບ້ານນາຄໍາເຂດໜອງກອກ 8 ຕອນໃນເນື້ອທີ່ 7 ເຮັກຕາ ແລະ ຢູ່ບ້ານໂພນທອງ ຄຸ້ມຄໍາມ່ວນ 10 ຕອນໃນເນື້ອທີ່ 8 ເຮັກຕາ.
ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ພາຍຫຼັງສືບຮູ້ ມີການລັກປູກກັນຊາ ຈຶ່ງໄດ້ສົມທົບກັບກໍາລັງ ປກຊ, ໄອຍະການ ແລະ ປ່າໄມ້ ເຂົ້າທຳລາຍ 4 ເທື່ອ ຄື ເທື່ອທີ 1 ໃນວັນທີ 27 ພະຈິກ 2021 ເຂົ້າທຳລາຍສວນຢູ່ເຂດໜອງກອກ 45 ຕອນກວມເນື້ອທີ່32,2 ເຮັກຕາ, ເທື່ອທີ 2 ວັນທີ 5 ທັນວາ 2021 ເຂົ້າທຳລາຍສວນກັນຊາໄດ້ 62 ຕອນ ໃນເນື້ອທີ່ 43,58 ເຮັກຕາ ແລະ ເທື່ອທີ 3 ວັນ ທີ 11 ທັນວາ 2021 ເຂົ້າທຳລາຍ 3 ຈຸດ ຄື: ຈຸດໜອງກອກ ຄຸ້ມໂພນຕານ 10 ຕອນເນື້ອທີ່ 16,2 ເຮັກຕາ; ຈຸດທີ 2 ທໍາລາຍ 15 ຕອນ 28,7 ເຮັກຕາ ແລະ ຈຸດທີ 3 ທໍາລາຍ 10 ຕອນ ເນື້ອທີ່ 16,2 ເຮັກຕາ.
ນັບແຕ່ທ້າຍເດືອນພະຈິກຫາວັນທີ 26 ທັນວາ 2021 ປກສ ແຂວງບໍລິຄຳໄຊ ທຳລາຍສວນກັນຊາໄດ້ 140 ຕອນ ເນື້ອທີ່ 135,68 ເຮັກຕາ.

