“ເຟີຣານ” ກວດຮ່າງກາຍກັບ “ ບາເຊໂລນາ ” ກຽມເປີດຕົວຢ່າງເປັນທາງການ

ສື່ສະເປນຕີຂ່າວວ່າ ເຟີຣານ ຕໍເຣສ ປີກຂອງ ແມນເຊສເຕີ ຊິຕີ້ ໄດ້ຜ່ານການກວດສຸຂະພາບແລ້ວ ແລະ ພວມຈະໄດ້ຮັບການຢືນຢັນທີ່ຈະຍ້າຍໄປຮ່ວມທີມ ບາເຊໂລນາ ໃນໄວໆນີ້.
‘‘ ມາກາ ’’ ສື່ຂອງສະເປນຕີຂ່າວວ່າ ເຟີຣານ ຕໍເຣສ ປີກຂອງ ແມນເຊສເຕີ ຊິຕີ ເດີນທາງໄປກວດສຸຂະພາບກັບ ແລະ ພວມຈະໄດ້ຮັບການປະກາດຢືນຢັນຍ້າຍໄປບາເຊໂລນາໃນໄວໆນີ້ ມາກາ ສື່ມວນແອສສະປາຍ ລາຍງານວ່າ ເຟຣານ ຕໍເຣສ ປີກທີມຊາດສະເປນ ເດີນທາງໄປກວດຢູ່ໂຮງຫມໍ ເດ ບາເຊໂລນາ ຕັ້ງແຕ່ຕອນເຊົ້າວັນຈັນ. ແລະໄດ້ຜ່ານຂັ້ນຕອນທໍາອິດຢ່າງສໍາເລັດຜົນ
ຫຼັງຈາກນີ້, ເຟີຣານ ຈະມຸ່ງຫນ້າໄປສູ່ສະຫນາມຝຶກຊ້ອມຂອງບາເຊໂລນາເພື່ອກວດສຸຂະພາບເປັນໄລຍະເວລາທີສອງ. ຫຼັງຈາກນັ້ນ ຈຶ່ງສໍາເລັດ. ແລະ ສາມາດເຊັນສັນຍາຍ້າຍຈາກ ແມນເຊສເຕີ ຊິຕີ ສໍາລັບ 65 ລ້ານເອີໂຣ.
ມີລາຍງານວ່າ ເຟີຣານ ຜ່ານການກວດຮ່າງກາຍ. ກ່ອນການປະກາດຢ່າງເປັນທາງການໃນມື້ນີ້.
ຖ້າມີຖະແຫຼງການຢືນຢັນເລື່ອງການຍ້າຍທີມໃນມື້ນີ້, ຄາດວ່າ ບາເຊໂລນາ ຈະຈັດງານເປີດໂຕນັກເຕະໃໝ່ຢ່າງເປັນທາງການທີ່ສະໜາມ ຄຳ ນູ ໃນວັນອັງຄານນີ້.
ສໍາລັບ ເຟີຣານ, ມີຜົນງານທີ່ຫນ້າພໍໃນລະດູການທຳອິດກັບ ແມນເຊສເຕີ ຈາກການລົງຫລິ້ນ 36 ນັດ, ຍິງໄດ້ 13 ປະຕູໃນທຸກລາຍການ. ແລະໃນລະດູການນີ້ຍິງໄດ້ 3 ປະຕູຈາກ 7 ນັດ ກ່ອນທີ່ຈະໄດ້ຮັບບາດເຈັບ. ແລະ ຫລຸດຈາກທີມຂອງ ເປບ ກວາດີໂອລາ ຈົນປີກອາຍຸ 21 ປີ ຮຽກຮ້ອງຂໍຍ້າຍທີມໄປບາເຊໂລນາ ໃນເດືອນມັງກອນ.

