ອາເມລິກາຍົກເລີກມາດຕະການ ຫ້າມ 8 ປະເທດໃນອາຟຣິກາເຂົ້າປະເທດ ຫລັງ “ໂອມິຄຣອນ” ເປັນສາຍພັນຫລັກ

ອາເມລິກາຍົກເລີກຫ້າມຜູ້ເດີນທາງຈາກ 8 ປະເທດໃນອາຟຣິກາເຂົ້າປະເທດ ຫລັງໂຄວິດສາຍພັນໂອມິຄຣອນລະບາດໜັກ ເປັນສາຍພັນຫລັກໃນອາເມລິກາແລ້ວ.
ວັນທີ 25 ທັນວາ 2021, ເວັບໄຊ BBC ລາຍງານວ່າ: ລັດຖະບານອາເມລິກາປະກາດຍົກເລີກມາດຕະການຫ້າມຜູ້ເດີນທາງຈາກ 8 ປະເທດໃນທະວີບອາຟຣິກາເຂົ້າປະເທດ ມີຜົນໃນວັນທີ 31 ທັນວາເປັນຕົ້ນໄປ.
ມາດຕະການດັ່ງກ່າວບັງຄັບໃຊ້ມາແຕ່ວັນທີ 29 ພະຈິກຜ່ານມາ ມີຜົນກັບປະເທດອາຟຣິກາໃຕ້, ບອດສວານາ, ຊິມບັບເວ, ໂມຊຳບິກ, ນາມີເບຍ, ເລໂຊໂທ, ເອສວາຕິນີ ແລະ ມາລາວີ ເຊິ່ງລັດຖະບານອາເມລິກາໃຫ້ເຫດຜົນໃນຕອນນັ້ນວ່າ: ເພື່ອເປັນການສ້າງຄວາມເຂົ້າໃຈເຖິງຄວາມຮຸນແຮງຂອງໄວຣັສໂຄວິດສາຍພັນດັ່ງກ່າວ ລວມທັງປະສິດທິພາບຂອງວັກຊີນຕໍ່ສາຍພັນໂອມິຄຣອນ.
ທ່າທີຂອງອາເມລິກາ ລວມທັງຫລາຍປະເທດທີ່ປະກາດຫ້າມຜູ້ເດີນທາງຈາກປະເທດໃນອາຟຣິກາເຂົ້າ ເຮັດໃຫ້ເກີດສຽງວິຈານເປັນວົງກວ້າງ ໂດຍທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ເຖິງຂັ້ນລະບຸວ່າ: ມາດຕະການດັ່ງກ່າວເປັນການແບ່ງແຍກສີຜິວດ້ານການເດີນທາງ.
ເຖິງຢ່າງໃດກໍຕາມ, ການຍົກເລີກມາດຕະການດັ່ງກ່າວເກີດຂຶ້ນ ຫລັງຈາກອາເມລິກາພົບການລະບາດຂອງສາຍພັນໂອມິຄຣອນ ຈົນກາຍເປັນສາຍພັນຫລັກຂອງປະເທດແລ້ວ ໂດຍຂໍ້ມູນຫລ້າສຸດຊີ້ວ່າ: ຜູ້ຕິດເຊື້ອໂຄວິດໃໝ່ໃນອາເມລິກາສູງເຖິງ 73% ໃນອາທິດນີ້ ຕິດເຊື້ອສາຍພັນໂອມິຄຣອນ.
ໂດຍສະຖານະການໃນອາເມລິກາຕອນນີ້ຖືໄດ້ວ່າພົບຜູ້ຕິດເຊື້ອໂຄວິດໃໝ່ໃນໄລຍະ 7 ວັນຜ່ານມາ ຫລາຍກວ່າ 176.000 ຄົນ ສູງກວ່າການລະບາດຮຸນແຮງຂອງສາຍພັນເດວຕາ ໃນຮອບຜ່ານມາ ເຊິ່ງນີ້ອາດເປັນຂໍ້ມູນທີ່ຢືນຢັນໄດ້ວ່າ: ໄວຣັສໂຄວິດສາຍພັນໂອມິຄຣອນ ອາດມີລິດໃນການແພ່ເຊື້ອໄດ້ໄວກວ່າໂຄວິດສາຍພັນກ່ອນໜ້າ.
ຂະນະທີ່ຄວາມຮຸນແຮງຂອງໂຄວິດສາຍພັນໂອມິຄຣອນ ຫລາຍຝ່າຍປະເມີນວ່າອາດມີຄວາມຮຸນແຮງນ້ອຍກວ່າສາຍພັນທີ່ຜ່ານມາ ເຊິ່ງໃນກໍລະນີຂອງອາເມລິກາ ເຖິງວ່າຈະຍັງບໍ່ມີການວິໄຈອອກມາແນ່ນອນເຖິງຂໍ້ສັນນິຖານນີ້, ແຕ່ສະຖິຕິຂອງອາເມລິກາພົບຜູ້ເສຍຊີວິດຈາກໂຄວິດສາຍພັນໂອມິຄຣອນພຽງ 1 ຄົນ ເປັນຊາຍຊ່ວງອາຍຸ 50-59 ປີ ມີບັນຫາສຸຂະພາບ ແລະ ບໍ່ໄດ້ສັກວັກຊີນ.
ອ້າງອີງ:

