ບໍ່ລອດ ຜູ້ລັກຊັບຢູ່ເມືອງປາກຊ່ອງ ຖືກຈັບມາດຳເນີນຄະດີ

ແຫລ່ງຂ່າວ ຄວາມສະຫງົບ ລາຍງານໂດຍອ້າງຕາມການລາຍຂ່າວຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບເມືອງປາກຊ່ອງແຂວງຈຳປາສັກ ວ່າ: ວັນທີ 1 ທັນວາ, ພາຍຫລັງໄດ້ຮັບແຈ້ງຈາກນາງ ຫລ້າ ອາຍຸ 39 ປີຢູ່ບ້ານໜອງເຂື່ອງໃຫຍ່ ເມືອງປາກຊ່ອງ ວ່າ: ມີຄົນຮ້າຍເຂົ້າໄປລັກເງິນຜູ້ກ່ຽວຢູ່ຫ້ອງນອນ 70 ລ້ານກີບ ແລະ ພາຍຫລັງເຈົ້າໜ້າທີ່ວິຊາສະເພາະລົງເກັບກໍາຫລັກຖານຢູ່ສະຖານທີ່ເກີດເຫດທີ່ເປັນ ຄວາມຈິງນັ້ນ ຊຶ່ງໃນເວລາ 15:00 ໂມງຂອງມື້ດຽວກັນ ຈຶ່ງສາມາດຈັບຄົນຮ້າຍຊື່ທ້າວ ເອກຊະນະ ອາຍຸ 18 ປີ ກຳມະກອນ ຢູ່ບ້ານແກ້ວສຳພັນ ນະຄອນປາກເຊ.

ຜ່ານການສືບສວນ, ຜູ້ກ່ຽວ ຮັບສາລະພາບວ່າ: ຕົ້ນເດືອນພະຈິກ 2021 ຕົນໄດ້ມາເກັບກາເຟຊ່ວຍພໍ່ເຖົ້າຢູ່ບ້ານໜອງເຂືອງໃຫຍ່ ແລະ ຕໍ່ມາໃນເວລາ 10:00 ໂມງວັນທີ 1 ທັນວາ 2021  ໄດ້ເອົາກາເຟໄປຂາຍໃຫ້ນາງ ຫລ້າ 2 ກິໂລ ໄດ້ເເງິນ 16.000 ກີບ. ຫລັງຊື້ຂາຍ ກໍຍ່າງໄປຫລັງເຮືອນທັງສັງເກດພົບວ່າບໍ່ມີຄົນຢູ່, ປະຕູຫ້ອງນອນກໍເປີດ ຈຶ່ງເຂົ້າໄປແລ້ວເຫັນກະເປົາສີຟ້າ ແລະ ເຫັນເງິນໃນກະເປົາຊື່ງບໍ່ຮູ້ວ່າມີເທົ່າໃດ ຈຶ່ງເອົາເງິນເມືອເຮືອນ. ຈາກນັ້ນເວລາ 15:00 ໂມງຂອງມື້ດຽວກັນ, ເຈົ້າໜ້າທີ່ໄດ້ມາຈັບພ້ອມທັງເງິນທີ່ລັກມາ ເພື່ອເປັນຫລັກຖານແຫ່ງຄະດີ ທັງໄດ້ນຳໄປດຳເນີນຄະດີຕາມກົດໝາຍ.