ກອງປະຊຸມລັດຖະບານເປີດກວ້າງ ປີ 2021 ໄດ້ຮັບຮອງເອົາຫລາຍວຽກງານສຳຄັນ

ວັນທີ 24 ທັນວາ 2021, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດວຽກງານໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນກອງປະ ຊຸມລັດຖະບານເປີດກວ້າງປີ 2021 ພາຍຫລັງດໍາເນີນເປັນເວນລາ 2 ວັນ( 23-24 ທັນວາ 2021) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີ ແລະ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມທັງ ຕາງໜ້າອົງການແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ແລະ ຕິດຕາມຜ່ານລະບົບກອງປະຊຸມທາງໄກ.
ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບ ຜິດຊອບສູງ ຕໍ່ 3 ວາລະທີ່ສຳຄັນ ຄື ວາລະທີ 1: ໄດ້ຜ່ານ 6 ເອກະສານ ຄື ຮ່າງບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງລັດຖະ ບານປະຈຳປີ 2021 ແລະ ທິດທາງປີ 2022; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ບົດລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າ; ບົດລາຍງານການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ ແລະ ບົດລາຍງານກ່ຽວກັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຊຶ່ງຕໍ່ບັນດາບົດລາຍງານດັ່ງກ່າວ, ກອງປະຊຸມ ໄດ້ຕົກລົງ ແລະ ມີທິດຊີ້ນໍາ ດັ່ງນີ້:

1) ເຫັນດີຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນ ການປີ 2022 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມຕາມການປະກອບຄຳເຫັນຂອງກອງປະຊຸມ. ພ້ອມນີ້ ໄດ້ຊີ້ນຳໃຫ້ສະມາ ຊິກລັດຖະບານ, ບັນດາທ່ານຫົວໜ້າອົງການຈັດຕັ້ງພັກ, ອົງການທຽບເທົ່າຂັ້ນສູນກາງ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງໄດ້ສືບຕໍ່ກຳແໜ້ນທັດສະນະພື້ນຖານ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍານົດໄວ້ໃນນັ້ນແມ່ນຕ້ອງສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ບົນ ພື້ນຖານນັ້ນ ທຸກການຈັດຕັ້ງ ແລະ ພະນັກງານຄຸ້ມຄອງທຸກລະດັບ ຕ້ອງຫັນປ່ຽນຈິນຕະນາການຢ່າງແທ້ຈິງ ສິ່ງສຳຄັນແມ່ນຕ້ອງຍົກສູງຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ຈັນຍາບັນໃນການເຮັດວຽກຂອງການຈັດຕັ້ງກໍຄືບຸກຄົນທີ່ສັງກັດຢູ່ໃນຂອບເຂດຄວາມຮັບຜິດຊອບ ຕາມພາລະບົດບາດໜ້າທີ່ຂອງຕົນ, ຫັນປ່ຽນຈາກ “ຜູ້ຄຸ້ມຄອງ” ມາເປັນ “ຜູ້ໃຫ້ບໍລິການທີ່ດີ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ”. ນອກນັ້ນ ກໍໃຫ້ຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ ເພື່ອແກ້ໄຂບັນຫາລວມຂອງຊາດ ແລະ ພັດທະນາປະເທດຂອງພວກເຮົາໃຫ້ຈະເລີນກ້າວໜ້າ.

อาจเป็นรูปภาพของ สถานที่ในร่ม

2) ເຫັນດີຮັບຮອງບົດລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍມອບໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງແຜນວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບຈຸດພິເສດຂອງຕົນລວມທັງກຳນົດມາດຕະການແກ້ໄຂໃຫ້ຊັດເຈນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ໂດຍເນັ້ນໃສ່ການສ້າງຖານການຜະລິດ ຕິດພັນກັບການສ້າງຖານລາຍຮັບໃໝ່, ການຫັນເປັນທັນສະໄໝໃນການອັດຊ່ອງຫວ່າງການຮົ່ວໄຫຼການຂຸດຄົ້ນລາຍຮັບ, ການເກັບລາຍຮັບ, ການເຂົ້າລະບົບຖືບັນຊີ, ການແກ້ໄຂພາຫະນະທີ່ບໍ່ຖືກຕ້ອງ, ການນຳໃຊ້ລົດ ໄຟຟ້າ, ການຕິດຕັ້ງຊິງຊັ່ງທັນສະໄໝ, ການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ການຄຸ້ມຄອງຮ້ານແລກປ່ຽນເງິນຕາ ໃຫ້ເຂົ້າສູ່ລະບົບ ແລະ ອື່ນໆຄຽງຄູ່ກັບການຄຸ້ມຄອງລາຍຈ່າຍ, ຕ້ານການຟຸມເຟືອຍທີ່ໃຊ້ງົບປະ ມານຂອງລັດ. ຕ້ອງສືບຕໍ່ເອົາໃຈໃສ່ປັບປ່ຽນຄ່ານິຍົມນໍາໃຊ້ສິນຄ້ານໍາເຂົ້າ ມາເປັນການສົ່ງເສີມການຜະລິດ ແລະ ນິຍົມຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນເທື່ອລະກ້າວ ແລະ ຖືເອົາກາລະໂອກາດຈາກເງື່ອນໄຂດ້ານຕ່າງໆໃນການພັດທະນາໂຄງລ່າງພື້ນຖານໃນແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນເພື່ອພັດ ທະນາການບໍລິການ, ການຂົນສົ່ງສິນຄ້າ, ການເຊື່ອມໂຍງ, ການທ່ອງທ່ຽວຂອງປະເທດເຮົາ. ສໍາລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງສຸມໃສ່ເຜີຍແຜ່ໃຫ້ທົ່ວປວງຊົນລາວທັງຊາດ ພິເສດແມ່ນ ໃຫ້ຄົນຮຸ້ນໜຸ່ມ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບ ກ່ຽວກັບຜົນຮ້າຍຂອງຢາເສບຕິດຕໍ່ຊຸມຊົນ, ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນກວ້າງຂວາງ ໄປຄຽງຄູ່ກັບການປັບ ປຸງກົງຈັກການຈັດຕັ້ງຂັ້ນບ້ານ ໃຫ້ມີຄວາມເຂັ້ມແຂງ, ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ລວມທັງແກ້ໄຂບັນຫາຄົງຄ້າງ ກ່ຽວກັບຊັບສິນຂອງການດຳເນີນຄະດີ ໃຫ້ສຳເລັດ.

3) ກອງປະຊຸມຕົກລົງເຫັນດີຮັບຮອງບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາປີ 2021 ແລະ ແຜນ ການ ປີ 2022 ໂດຍມອບໃຫ້ ຄະນະສະເພາະກິດ ສົມທົບກັບພາກສ່ວນກ່ຽວຂ້ອງ ກຳນົດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ ໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຮັບປະກັນການດຸ່ນດ່ຽງລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການຮັກສາສຸຂະພາບຂອງປະ ຊາຊົນ; ສືບຕໍ່ສົ່ງເສີມມູນເຊື້ອອັນດີງາມ ແລະ ຄວາມຮັບຜິດຊອບຫຼາຍຮູບແບບຂອງພາກສັງຄົມ, ຄອບ ຄົວ ກໍຄືພາກທຸລະກິດ ເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ໂດຍສະເພາະການກວດກາເຊື້ອພະຍາດ, ການສັກວັກຊີນ, ການຈຳກັດບໍລິເວນ ແລະ ການປິ່ນປົວ; ປຸກລະດົມກຳລັງໃຈຂອງເຈົ້າໜ້າທີ່ ກໍຄືພະນັກ ງານວິຊາການ ທີ່ໄດ້ປະຕິບັດໜ້າທີ່ໂດຍກົງກັບການຄວບຄຸມພະຍາດດັ່ງກ່າວ ທັງຄົ້ນຄວ້າຖອດຖອນເອົາບົດຮຽນຂອງປະເທດຕ່າງໆ ບວກກັບບົດຮຽນຜ່ານມາຂອງປະເທດເຮົາ.

อาจเป็นรูปภาพของ 1 คน, กำลังยืน, ดอกไม้ และ สถานที่ในร่ม

4) ເຫັນດີດ້ານຫຼັກການຮັບຮອງແຜນຮັບນັກທ່ອງທ່ຽວ, ແຕ່ຕ້ອງເອົາໃຈໃສ່ຄວາມພ້ອມດ້ານຕ່າງໆຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອບໍ່ໃຫ້ມີຜົນກະທົບຕາມມາລວມທັງຜົນກະທົບຕໍ່ການສົ່ງເສີມສາຍພົວ ພັນຮ່ວມມືທີ່ດີກັບບັນດາປະເທດຕ່າງ, ສິ່ງສຳຄັນແມ່ນຕ້ອງຮັບປະກັນຄວາມດຸ່ນດ່ຽງລະຫວ່າງການພັດທະ ນາເສດຖະກິດ ດ້ວຍມາດຕະການຕ່າງໆກັບການຮັກສາສຸຂະພາບຂອງປະຊາຊົນ ແລະ ສ້າງທຸກເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດ ມີເງື່ອນໄຂໃນການຫັນວິກິດເປັນໂອກາດການພັດທະນາ ແລະ ຟື້ນຟູເສດຖະ ກິດຂອງປະເທດເຮົາ ໃນເງື່ອນໄຂໂຄວິດ.

5) ສຳລັບການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ກອງປະຊຸມ ໄດ້ມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງກະກຽມສ້າງແຜນຍຸດທະສາດຂ້າມຜ່ານຂອງສປປ ລາວ ຮອດປີ 2026 ໃຫ້ສຳເລັດ ທັງໃຫ້ສືບຕໍ່ໂຄສະນາ ແລະ ເຜີຍ ແຜ່ຂໍ້ມູນກ່ຽວກັບກາລະໂອກາດ, ຂັ້ນຕອນ, ຂະບວນການ ແລະ ຄວາມໝາຍຂອງການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ທັງຍົກໃຫ້ເຫັນສິ່ງທ້າທາຍດ້ານຕ່າງໆ ເນື່ອງຈາກສະພາບແວດລ້ອມໃນຕົວ ແລະ ນອກຕົວ ເພື່ອໃຫ້ສັງຄົມ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ບົນພື້ນຖານນັ້ນເພື່ອຕື່ນຕົວເຂົ້່າຮ່ວມຂະບວນການຕ່າງໆ ທີ່ພັກ-ລັດ ວາງອອກດ້ວຍຄວາມເປັນເຈົ້າການ.

ວາລະທີ 2 ຂອງກອງປະຊຸມ ແມ່ນຜ່ານຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022. ກອງປະ ຊຸມຕົກລົງເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນຮັດກຸມ, ຄົບ ຖ້ວນ ຕາມການປະກອບຄຳຄິດເຫັນຂອງກອງປະຊຸມ ກ່ອນທີ່ຈະສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະ ນາລົງນາມປະກາດໃຊ້ ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດຕໍ່ໜ້າ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນຂອງກອງປະຊຸມ ອອກເປັນນິຕິກຳ ເຊັ່ນ ມະຕິ ແລະ ແຈ້ງການ. ພ້ອມກັນນັ້ນ, ອີງຕາມລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະເໜີໃຫ້ບັນດາກະຊວງ ເຮັດໜ້າທີ່ເປັນເຈົ້າພາບປະສານສົມທົບຈັດຕັ້ງປະຕິບັດໜ້າວຽກທີ່ເປັນຂອງໂຕເອງ, ສ່ວນບັນດາກະຊວງ, ອົງການກ່ຽວຂ້ອງ ຕ້ອງເຄົາລົບການປະສານງານຂອງກະຊວງເຈົ້າ ພາບ; ສະເພາະວຽກຢູ່ອົງການປົກຄອງທ້ອງຖິ່ນ, ມອບໃຫ້ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນເຈົ້າພາບປະສານງານກັບບັນດາກະຊວງ ອົງການ ຈັດຕັ້ງປະຕິບັດວຽກງານຂອງຕົນ. ນອກນັ້ນ ໃຫ້ຖືເອົາການກວດກາປົກກະຕິພາຍໃນເປັນຫຼັກ, ສ່ວນການກວດກາສະເພາະ ແມ່ນປະຕິບັດໃນກໍລະນີມີບັນຫາ.

ວາລະທີ 3 ແມ່ນພິຈາລະນາບົດສະຫຼຸບລາຍງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ,ສ້າງ ບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດ ທາງແຜນການຕໍ່ໜ້າ. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງການສະຫຼຸບລາຍງານດັ່ງກ່າວ, ພ້ອມນີ້ ໄດ້ຊີ້ນຳໃຫ້ທຸກຂະແໜງ ການ, ອົງການຂັ້ນສູນກາງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດວຽກງານ 3 ສ້າງ ຕິດພັນກັບນະໂຍບາຍໃນຂົງເຂດຄວາມຮັບຜິດຊອບຕົນໃຫ້ເຂົ້າສູ່ລວງເລິກຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງຂຶ້ນ ໂດຍຕ້ອງປະຕິບັດການແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງ, ອົງການກັບແຂວງ, ລະຫວ່າງແຂວງກັບເມືອງ, ລະຫວ່າງເມືອງກັບບ້ານໃຫ້ເປັນລະບົບຈະແຈ້ງເປັນຮູບປະທຳ ທັງຮັບ ປະກັນຫຼັກການລວມສູນເປັນເອກະພາບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດພັດທະນາຕາມ 4 ດ້ານ ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ.ສຳລັບວຽກນີ້ ລັດຖະບານ ຈະຈັດກອງປະຊຸມສະເພາະເພື່ອສະຫຼຸບຂະບວນການແຂ່ງຂັນຮັກຊາດພັດ ທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ທີ່ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ລຶບ ລ້າງຄວາມທຸກຍາກ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ແຕ່ລະຂະແໜງການ-ອົງການ ສືບຕໍ່ກວດການະໂຍບາຍ ກໍຄືນິຕິກໍາຕ່າງໆທີ່ໄດ້ປະກາດໃຊ້ແລ້ວ, ຖ້າເຫັນວ່າອັນໃດບໍ່ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນເງື່ອນໄຂໃໝ່ຕ້ອງຮີບຮ້ອນປັບປຸງແກ້ໄຂໃຫ້ທັນການ ຫຼື ນິຕິກຳໃດທີ່ຍັງບໍ່ທັນມີກໍໃຫ້ຮີບຮ້ອນ ສ້າງຂຶ້ນໃໝ່ ໂດຍຕ້ອງສະດຸ້ງໄວຕາມທິດຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງຮອບດ້ານ ທັງຮັບປະກັນຄວາມ ໂປ່ງໃສ, ສະດວກ, ວ່ອງໄວ. ສິ່ງທີ່ສໍາຄັນ ຂໍ້ມູນສະຖິຕິດ້ານຕ່າງໆ ທີ່ພົວພັນກັບໜ້າທີ່ການເມືອງຂອງຕົນ ຕ້ອງຮັບປະກັນໃຫ້ຖືກຕ້ອງ, ຈະແຈ້ງ ເພື່ອເປັນຖານຂໍ້ມູນໃນການວາງແຜນແຕ່ລະໄລຍະ ແລະ ເປັນບ່ອນອີງທີ່ສໍາຄັນໃນການສົ່ງເສີມການລົງທຶນ ແລະ ການບໍລິການປະຕູດຽວ ໃຫ້ວ່ອງໄວຂຶ້ນ.
ຄຽງຄູ່ກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກ ຄອງທ້ອງຖິ່ນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໂດຍສະເພາະທິດທາງແຜນການປີ 2022 ຂອງລັດຖະບານໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນພາກສ່ວນຕົນດ້ວຍການຫັນເປັນແຜນປະຕິບັດຕົວຈິງຢ່າງລະອຽດພ້ອມທັງສືບຕໍ່ຍົກສູງຄວາມຮັບຜິດຊອບຈັດຕັ້ງປະຕິບັດເພື່ອເຮັດໃຫ້ການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຢາເສບຕິດ ໃນປີ 2022 ໃຫ້ໄດ້ຮັບຜົນເປັນຢ່າງດີ.