ຂໍ້ມູນຜູ້ເສຍຊີວິດໃໝ່ 4 ຄົນ ວັນທີ 22 ທັນວາ 2021 ໃນ ສປປ ລາວ ຄົນທີ 288

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ລາຍງານວັນທີ 22 ທັນວາ 2021 ນີ້ວ່າ: ຮອດປັດຈຸບັນມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 865 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 520 ຄົນ, ກໍາລັງປິ່ນປົວ 11.833 ຄົນ ແລະ ເສຍຊີວິດສະສົມທັງໝົດ 288 ຄົນ (ໃໝ່ 4 ຄົນ).

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ, ລາຍລະອຽດດ່ັງນີ້:

  1. ເພດຍິງ; ອາຍຸ: 68 ປີ, ບ້ານ ໃໝ່, ເມືອງ ຫລວງນໍ້າທາ, ແຂວງ: ຫລວງນໍ້າທາ

– ເຂົ້າໂຮງໝໍ: 19 ທັນວາ 2021, ເທັດ RDT COVID-19 (+)

– ປະຫວັດພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ

– ບໍ່ໄດ້ຮັບການສັກ vaccine

– ອາການສະແດງ: ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫລັງຊຸດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ

– ໄດ້ຕິດຕາມປິ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ 21ທັນວາ 2021 ຄົນເຈັບໄດ້ເສຍຊິວິດ

  1. ເພດຊາຍ; ອາຍຸ 48 ປີ; ບ້ານ ດອນສໍາພັນ, ເມືອງ ຫລວງນໍ້າທາ, ແຂວງ ຫລວງນໍ້າທາ

– ເຂົ້າໂຮງໝໍ: 18ທັນວາ 2021; ກວດໂຄວິດ Positive

– ປະຫວັດພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ

– ບໍ່ໄດ້ຮັບການສັກ vaccine; ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ

– ວັນທີ 21 ທັນວາ 2021 ຄົນເຈັບໄດ້ເສຍຊິວິດ

  1. ເພດຍິງ ອາຍຸ 90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ

– ບໍ່ໄດ້ສັກຢາກັນພະຍາດ

– ເຂົ້າໂຮງໝໍວັນທີ 19 ທັນວາ 2021 ດ້ວຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ

– ວັນທີ 21 ທັນວາ 2021 ໄດ້ເສຍຊິວິດ

  1. ເພດຍິງ ບ້ານ ເເກ້ວຄູນ ເມືອງ ວັງວຽງ ແຂວງ ວຽງຈັນ

– ພະຍາດປະຈຳຕົວ: ໄຂ່ຫລັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ

– ບໍ່ໄດ້ສັກຢາວັກຊີນ

– ວັນທີ  16 ທັນວາ 2021: ມີອາການໄອ, ອິດເມື້ອຍ, ຫາຍໃຈຫອບ ,ຫາຍໃຈຝືດ ,ມາໄດ້ 5 ມື້ ,ຂາບວມທັງສອງເບື່ອງ ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ , ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ 15 : 30  ໂມງ.

o   BP :142/86, P: 76 bpm , RR: 23 bpm , So2 : 91 % , T: 36.5

–  ວັນທີ 20 ທັນວາ 2021 ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ, ຄົນເຈັບໄດ້ເສຍຊີວິດ