ນິວຊີແລນຢຸດແຜນເປີດປະເທດ ເປັນເດືອນກຸມພາປີໜ້າ ຍ້ອນຢ້ານໂອມິຄຣອນລະບາດໜັກ

ນິວຊີແລນຢຸດແຜນການເປີດປະເທດເຖິງເດືອນກຸມພາປີໜ້າ, ຢ້ານໄວຣັສໂອມິຄຣອນລະບາດໜັກທົ່ວໂລກ.
ວັນທີ 21 ທັນວາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ນິວຊີແລນປະກາດຢຸດແຜນເປີດປະເທດໄປຈົນຮອດເດືອນກຸມພາປີໜ້າ ເນື່ອງຈາກຄວາມກັງວົນກ່ຽວກັບການແຜ່ກະຈາຍຢ່າງວ່ອງໄວຂອງໄວຣັສໂຄວິດ-19 ສາຍພັນໂອມິຄຣອນ.
ກ່ອນໜ້ານີ້, ນິວຊີແລນມີແຜນຈະເລີ່ມຫລຸດຜ່ອນມາດຕະການການແຜ່ລະບາດຢ່າງເຂັ້ມງວດ ແລະ ຈະເລີ່ມຜ່ອນຄາຍຂໍ້ຈຳກັດດ້ານຊາຍແດນໃນເດືອນມັງກອນ ໂດຍຈະເປີດໃຫ້ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າປະເທດໄດ້ເຕັມຮູບແບບນັບແຕ່ເດືອນເມສາເປັນຕົ້ນໄປ.
ທ່ານ ຄຣິສ ຮິບກິນ ລັດຖະມົນຕີດ້ານການຮັບມືວິກິດໂຄວິດ-19 ຂອງນິວຊີແລນ ຖະແຫລງຂ່າວຢູ່ເມືອງເວລລິງຕັນໃນວັນທີ 21 ທັນວາວ່າ: ລັດຖະບານໄດ້ຕັດສິນໃຈຢຸດການເປີດຮັບພົນລະເມືອງທີ່ສັກວັກຊີນແລ້ວເດີນທາງກັບມາຈາກອົດສະຕຣາລີໂດຍບໍ່ຕ້ອງກັກຕົວຈາກກຳນົດເກົ່າໃນວັນທີ 16 ມັງກອນໄປເປັນທ້າຍເດືອນກຸມພາ.
ທ່ານ ຮິບກິນ ລະບຸວ່າ: ລັດຖະບານຍອມຮັບວ່າການຕັດສິນໃຈຄັ້ງນີ້ເປັນເລື່ອງທີ່ໜ້າຜິດຫວັງ ແລະ ຈະກະທົບຕໍ່ແຜນມື້ພັກຂອງປະຊາຊົນ ເຊິ່ງອາດສ້າງຄວາມບໍ່ພໍໃຈ, ສິ່ງສຳຄັນຕອນນີ້ຄື ເຮົາຕ້ອງກຳນົດການປ່ຽນແປງໃຫ້ຊັດເຈນ ເພື່ອໃຫ້ປະຊາຊົນໄດ້ມີເວລາພິຈາລະນາແຜນຂອງພວກເຂົາ.
ນອກຈາກນີ້, ນິວຊີແລນຍັງປະກາດມາດຕະການຄວບຄຸມການແຜ່ລະບາດຂອງໄວຣັສໂຄວິດ-19 ເພີ່ມ ລວມທັງການຫລຸດໄລຍະເວລາສັກວັກຊີນເຂັມກະຕຸ້ນຈາກ 6 ເດືອນ ໃຫ້ເຫລືອພຽງ 4 ເດືອນ ແລະ ກຳນົດໃຫ້ຜູ້ເດີນທາງເຂົ້າປະເທດຕ້ອງຜ່ານການທົດສອບໄວຣັສໂຄວິດ-19 ກ່ອນເດີນທາງ 48 ຊົ່ວໂມງ ຫລຸດລົງຈາກຂໍ້ກຳນົດເກົ່າເຊິ່ງລະບຸໄວ້ 72 ຊົ່ວໂມງ ຕະຫລອດຈົນໃຫ້ເຈົ້າໜ້າທີ່ປະຈຳຊາຍແດນທຸກຄົນຕ້ອງເຂົ້າຮັບການສັກວັກຊີນເຂັມກະຕຸ້ນຈຶ່ງຈະສາມາດເຮັດວຽກໄດ້.
ສ່ວນນາຍົກລັດຖະມົນຕີ ນາງ ຈາຊິນດາ ອາເດິນ ກ່າວເຖິງແຜນຢຸດເປີດປະເທດໃນຄັ້ງນີ້ວ່າ: ລັດຖະບານຕັດສິນໃຈດຳເນີນແບບນີ້ ເພື່ອໃຫ້ມີເວລາຫລາຍຂຶ້ນໃນການກຽມຮັບມືການແຜ່ລະບາດຂອງໄວຣັສສາຍພັນໂອມິຄຣອນ.
ຂະນະດຽວກັນ, ສາຍການບິນແອຣນິວຊີແລນໄດ້ອອກມາຂານຮັບມາດຕະການດັ່ງກ່າວຂອງລັດຖະບານ ດ້ວຍການປະກາດຍົກເລີກຖ້ຽວບິນປະມານ 120 ຖ້ຽວບິນໄປຈົນຮອດທ້າຍເດືອນກຸມພາ 2022 ໂດຍທາງສາຍການບິນລະບຸວ່າ: ສົ່ງຜົນກະທົບຕໍ່ລູກຄ້າປະມານ 27.000 ຄົນ.
ທັງນີ້, ນິວຊີແລນພົບຜູ້ຕິດເຊື້ອໂຄວິດ-19 ທີ່ຕິດເຊື້ອໄວຣັສສາຍພັນໂອມິຄຣອນຈົນເຖິງປັດຈຸບັນຈຳນວນ 22 ຄົນ ໂດຍຜູ້ຕິດເຊື້ອທັງໝົດຢູ່ໃນສະຖານທີ່ກັກຕົວ ແລະ ຍັງບໍ່ມີລາຍງານການແຜ່ລະບາດໃນຊຸມຊົນ.
ອ້າງອີງ:

