ໂຣນັລໂດ ເປີດປະມູນເສື້ອທີມຊາດໂປຣຕຸເກສ ພ້ອມລາຍເຊັນ ຊ່ວຍເຫຍື່ອພູເຂົາໄຟ

ວັນທີ 21 ທັນວາທີ່ຜ່ານມາ ກາເດນາ ເຊ ສື່ວິທະຍຸຊັ້ນນຳຂອງສະເປນລາຍງານວ່າ ຄຣິສຕຽນໂນ ໂຣນັລໂດ ຍອດດາວຍິງຂອງ ແມນເຊສເຕີ ຢູໄນເຕັດ ທີມດັງໃນເວທີພຣີເມຍລີກ ອັງກິດ ນຳເສື້ອທີມຊາດໂປຣຕຸເກສ ພ້ອມລາຍເຊັນທີ່ມີຊື່ ແລະ ຫມາຍເລກ 7 ຂອງລາວເອງ ອອກມາປະມູນເພື່ອຫາລາຍໄດ້ຊ່ວຍເຫລືອຜູ້ປະສົບໄພຈາກເຫດພູເຂົາໄຟ ປັລມາ ລະເບີດໃນຫມູ່ເກາະຄານາຣີ ປະເທດສະເປນ.

ການລະເບີດຂອງພູເຂົາໄຟ ລາ ປັລມາ ເກີດຂຶ້ນມາຕັ້ງແຕ່ເດືອນກັນຍານີ້ ເປັນເຫດໃຫ້ອາຄານໃນເກາດຄານາຣີຖືກທຳລາຍຫລາຍກວ່າ 3,000 ແຫ່ງ ແລະ ມີເຫຍື່ອທີ່ຕ້ອງກາຍເປັນຄົນບໍ່ມີເຮືອນປະມານ 7,000 ຄົນ.

ເຮັດໃຫ້ ໂຣນັລໂດ ໄດ້ນຳເສື້ອອອກມາປະມູນ ໂດຍຈະເລີ່ມເປີດປະມູນກ່ອນວັນຄຣິສມາສໃນວັນທີ 24 ທັນວາ ຈົນເຖິງທີ 6 ມັງກອນ ເຊິ່ງລາຍໄດ້ທັງຫມົດຈະນຳໄປເຮັດບຸນຊ່ວຍເຫລືອເຫຍື່ອຜູ້ເຄາະຮ້າຍໃນເຫດການນີ້ໂດຍກົງ.