ສານອາຫານໃນປາແຊວມັອນ

ປາແຊວມັອນ ເປັນໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຢ່າງຫລາຍໃນປັດຈຸບັນ ແລະ ເປັນອາຫານທີ່ອຸດົມໄປດ້ວຍໂປຣຕິນ, ກົດໄຂມັນໂອເມກ້າ – 3, ວິຕາມິນ, ແຮ່ທາດ ທີ່ຈຳເປັນຕໍ່ຮ່າງກາຍ, ແຕ່ແນວໃດການກິນປາແຊວມັອນຫລາຍເກີນໄປ ອາດເຮັດໃຫ້ໄດ້ຮັບສານບາຫລອດທີ່ກໍ່ໃຫ້ເກີດອັນຕະລາຍກະທົບຕໍ່ສຸຂະພາບ ເຊັ່ນ : ກ້າມຊີ້ນອ່ອນແຮງ, ການເບິ່ງເຫັນປ່ຽນແປງ, ອາລົມປັ່ນປ່ວນ, ບັນຫາດ້ານຄວາມຈື່ຈຳ, ກ່ອນເລືອກຊື້ – ເລືອກກິນ ຄວນສຶກສາສານອາຫານ, ປະໂຫຍດ ແລະ ຂໍ້ຄວນລະວັງຂອງປາແຊວມັອນ ເພື່ອຄວາມປອດໄພ.
- ສານອາຫານໃນປາແຊວມັອນ ປະກອບໄປດ້ວຍສານອາຫານທີ່ສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍໄດ້ແກ່ :
- ວິຕາມິນ B12 : ຫລື ໂຄບາລາມິນ Cobalamin ເປັນວິຕາມິນລະລາຍນຳ້ຄືກັນກັບວິຕາມິນ B ອື່ນໆ ທີ່ມີບົດບາດສຳຄັນໃນການສ້າງແຊນເມັດເລືອດແດງ, ປັງປຸງການເຮັດວຽກຂອງເສັ້ນປະສາດ ແລະ ສົ່ງເສີມການເຮັດວຽກຂອງເມຕາບໍລິຊຶມທີ່ຊ່ວຍປ່ຽນແປງສານອາຫານເປັນພະລັງງານ ຫາກຮ່າງກາຍຂາດວິຕາມິນ B12 ອາດນຳໄປສູ່ບັນຫາເລືອດຈາງ, ອິດເມື່ອຍອ່ອນເພຍງ່າຍ, ກ້າມຊີ້ນອ່ອນແຮງ, ເສັ້ນປະສາດຖືກທຳລາຍ, ອາລົມປັ່ນປ່ວນ ແລະ ຂະບວນການຍ່ອຍອາຫານເຮັດວຽກຜິດປົກກະຕິ ບໍ່ອາດດູດຊຶມສານອາຫານສຳຄັນໄດ້.
- ວິຕາມິນ B6 : ຫລື ໄພຣິດັອກໄຊ Pyridoxine ທີ່ມີສ່ວນຊ່ວຍບຳລຸງລະບົບປະສາດ ແລະ ພັດທະນາສະໝອງ ທັງຍັງຊ່ວຍໃຫ້ລະບົບພູມຕ້ານທານເຮັດວຽກໃນການຕ້ານເຊື້ອພະຍາດ, ເຊື້ອໄວຣັສໄດ້ດີຂຶ້ນ, ຜູ້ທີ່ຮ່າງກາຍຂາດວິຕາມິນ B6 ອາດເກີດຂຶ້ນກໍຕໍ່ເມື່ອຮ່າງກາຍຂາດວິຕາມິນ B ຊະນິດອື່ນໆຮ່ວມນຳ ເຊັ່ນ : ວິຕາມິນ B12, ກົດໂຟລິກ ເຊິ່ງອາດນຳໄປສູ່ບັນຫາຮ່າງກາຍຂາດສານອາຫານລະດັບຮຸນແຮງ, ສ່ຽງເປັນບັນຫາເລືອດຈາງ, ອາຫານຊຶມເສົ້າ, ພູມຕ້ານທານອ່ອນແອ.
- ກົດໂອເມກ້າ – 3 : ແບ່ງອອກເປັນ 3 ຊະນິດ ໄດ້ແກ່ ກົດໄຂມັນອີພີເອ (EPA), ກົດໄຂມັນດີເອັຊເອ DHA ແລະ ກົດໄຂມັນແອລຟາໄລໂນເລນິກ ALA ເຊິ່ງລ້ວນເປັນສານອາຫານສຳຄັນທີ່ຊ່ວຍປັບປຸງການເຮັດວຽກຂອງແຊນໃນຮ່າງກາຍ ທັງຍັງເປັນແຫລ່ງພະລັງງານທີ່ດີໃນການດຳລົງຊີວິດ ແລະ ເຮັດກິດຈະກຳຕ່າງໆໂດຍບໍ່ສົ່ງຜົນໃຫ້ຮູ້ສຶກເມື່ອຍງ່າຍ. ນອກຈາກນີ້, ກົດໄຂມັນໂອເມກ້າ – 3 ອາດຊ່ວຍຫລຸດລະດັບໄຕຣກລີເຊີໄຣໃນເລືອດທີ່ເປັນສາເຫດເຮັດໃຫ້ເກີດພະຍາດຫົວໃຈ ແລະ ຫລອດເລືອດ, ຫລຸດຜ່ອນອາການປວດເຄັ່ງຂອງຂໍ້ກະດູກ, ບຳລຸງສະໝອງ, ປ້ອງກັນບໍ່ໃຫ້ສະມາທິສັ້ນ ຫລື ສູນເສຍຄວາມຊົງຈຳ.
- ວິຕາມິນ D : ເປັນສານອາຫານທີ່ມີສ່ວນຊ່ວຍໃນການດູດຊຶມທາດການຊຽມຈາກອາຫານທີ່ເພີ່ມຄວາມແຂງແຮງໃຫ້ແກ່ກະດູກ ທັງຍັງມີຄຸນສົມບັດຕ້ານການອັກເສບຈາກອະນຸມູນອິດສະລະ, ເສີມພູມຕ້ານທານ, ປັບປຸງລະບົບປະສາດ ແລະ ແຊນສະໝອງ ຫາກຮ່າງກາຍມີບັນຫາຂາດວິຕາມິນ D ໂດຍສະເພາະຜູ້ເຖົ້າ ອາດສ່ຽງເປັນພະຍາດກະດູກຜ່ອຍ, ພະຍາດເບົາຫວານ, ປວດກ້າມຊີ້ນ, ຂໍ້ອັກເສບ, ພະຍາດກ່ຽວກັບລະບົບປະສາດ. ດັ່ງນັ້ນ, ການກິນວິຕາມິນ D ຈຶ່ງຄວນຢູ່ໃນແຜນອາຫານໃນແຕ່ລະຄາບ ເພື່ອບຳລຸງສຸຂະພາບໃຫ້ແຂງແຮງ.
- ໂປຕັສຊຽມ : ເປັນສານອາຫານທີ່ຊ່ວຍຄວບຄຸມອັດຕາການເຕັ້ນຂອງຫົວໃຈ, ຊ່ວຍປະສານການເຮັດວຽກຂອງກ້າມຊີ້ນ ແລະ ຮັກສາຂະບວນການເຮັດວຽກຂອງອະໄວຍະອື່ນໆໃນຮ່າງກາຍໃຫ້ເປັນໄປຕາມປົກກະຕິ ໃນຮ່າງກາຍໃຫ້ເປັນໄປຕາມປົກກະຕິ, ຫາກຮ່າງກາຍຂາດໂປຕັສຊຽມ ຫລື ມີລະດັບໂປຕັສຊຽມໃນເລືອດຕໍ່າ ອາດສົ່ງຜົນໃຫ້ຮ່າງກາຍອ່ອນແອລົງ, ຫົວໃຈເຕັ້ນຜິດຈັງຫວະ, ຖ່າຍຍາກ (ອາຈົມແຂງ), ກ້າມຊີ້ນກະດູກອິດເມື່ອຍອ່ອນເພຍງ່າຍ ແລະ ຂາດພະລັງງານ.
- ຊີລີນຽມ : ມີຄຸນສົມບັດຊ່ວຍຕ້ານສານອະນຸມູນອິດສະລະ ແລະ ກຳຈັດສານເປີອັອກໄຊ ທີ່ເປັນສາເຫດເຮັດໃຫ້ເນື້ອເຍື່ອຖືກທຳລາຍ ຈົນນຳໄປສູ່ການອັກເສບ ຫາກຮ່າງກາຍຂາດຊີລີນຽມອາດເຮັດໃຫ້ມີໂອກາດສ່ຽງເປັນພະຍາດກ້າມຊີ້ນຫົວໃຈ, ພະຍາດຂໍ້ເຂົ່າເສື່ອມ, ມີອາການປຸ້ນທ້ອງປວດຮາກ, ຜູ້ທີ່ຢູ່ໃນກຸ່ມສ່ຽງຂອງຮ່າງກາຍຂາດຊີລີນຽມ ມີດັ່ງນີ້ :
- ຜູ້ຕິດເຊື້ອ HIV ເນື່ອງຈາກການດູດຊຶມອາຫານບົກພ່ອງ ແລະ ມີຄວາມຢາກອາຫານຫລຸດລົງ.
- ຜູ້ທີ່ເປັນພະຍາດໝາກໄຂ່ຫລັງ ຫລື ໄຕວາຍ, ຜູ້ປ່ວຍພະຍາດໄຕອາດຈຳເປັນຕ້ອງໄດ້ຮັບການກິນອາຫານຢ່າງຈຳກັດເພື່ອຕອບສະໜອງຕໍ່ການປິ່ນປົວ ຈຶ່ງອາດສົ່ງຜົນໃຫ້ຮ່າງກາຍໄດ້ຮັບຊີລີນຽມຈາກອາຫານໜ້ອຍລົງ.
- ໄນອະຊິນ : ເປັນວິຕາມິນ B ທີ່ມີສ່ວນປະສົມຊ່ວຍຫລຸດລະດັບຄໍເລສເຕີໂຣນບໍ່ດີ ແລະ ເພີ່ມຄໍເລສເຕີໂຣນທີ່ດີແທນ. ແນວໃດກໍຕາມ, ຕາມຄວນກິນໄນອະຊິນໃນປະລິມານທີ່ເໝາະສົມ ເພາະຫາກໄນອະຊີນມີປະລິມານຫລາຍເກີນໄປ ອາດເຮັດໃຫ້ຕັບເສຍຫາຍ, ມີບັນຫາໃນທາງເດີນອາຫານ, ເຈັບທ້ອງ, ຮາກ, ຫົວໃຈເຕັ້ນໄວ., ຖອກທ້ອງ, ຜິວໜັງແດງໄດ້.

