ຫລວງພະບາງ ເປີດໃຫ້ທ່ຽວຊົມຫໍພິພິທະພັນຫລວງພະບາງ 4 ມື້ຕໍ່ອາທິດ

ແຫລ່ງຂ່າວຈາກແຂວງຫລວງພະບາງລາຍງານວ່າ: ເລີ່ມແຕ່ວັນທີ 8 ທັນວາເປັນຕົ້ນ, ໄດ້ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມຫໍພິພິທະພັນຫລວງພະບາງແລ້ວ, ແຕ່ຈະເປີດລິການພຽງແຕ່ 4 ມື້ຕໍ່ອາທິດເທົ່ານັ້ນ ຄືວັນອາທິດ, ວັນຈັນ, ວັນພຸດ ແລະ ວັນສຸກ ( ສະເພາະວັນສຸກເປີດພາກເຊົ້າຫາທ່ຽງ ) ເນື່ອງຈາກຢູ່ໃນໄລຍະປ້ອງກັນການລະບາດຂອງພະຍາດໂຄວິດ-19 ຊຶ່ງນັກທ່ອງທ່ຽວຈະເຂົ້າທ່ຽວຊົມຕ້ອງໄດ້ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດຕາມແຈ້ງການຂອງຄະນະສະເພາະກິດວາງອອກເຊັ່ນ: ທຸກຄົນຕ້ອງໄດ້ໃສ່ຜ້າປິດປາກ-ດັງ, ວັດແທກອຸນຫະພູມ ແລະ ລ້າງມືທຸກເທື່ອກ່ອນເຂົ້າຊົມ.
ແນວໃດກໍດີ ຄາດວ່າພາຍຫລັງເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວເປັນຕົ້ນໄປ, ຫໍພິພິທະພັນຫລວງພະບາງຈະເປີດການບໍລິການເປັນປົກກະຕິ.

