ຊາລາ ສ້າງສະຖິຕິໃຫມ່ເກມຊະນະ ນິວຄາສເຊິລ

ໂມຮາເຫມັດ ຊາລາ ດາວເຕະຊາວອີຢິບຂອງ ລີເວີພູລ ສ້າງສະຖິຕິອັນສຸດຍອດ ມີສວນຮ່ວມກັບປະຕູຂອງຕົ້ນສັງກັດ 15 ເກມຕິດຕໍ່ກັນ ທຽບເທົ່າກັບ ເຈມີ ວາດີ ໃນເກມເອົາຊະນະ ນິວຄາສເຊິລ ຢູໄນເຕັດ ທີ່ແອນຟິລ ເມື່ອວັນພະຫັດທີ່ຜ່ານມາ.

ກ່ອນຫນ້ານີ້ ດາວຍິງທີມຊາດອີຢິບ ມີສະຖິຕິຍິງປະຕູກັບຈ່າຍໃຫ້ຫມູ່ຍິງໃນເກມລີກໃຫ້ກັບ ລີເວີພູລ ຢູ່ທີ່ 14 ເກມຕິດຕໍ່ກັນ ເປັນຮອງ ເຈມີ ວາດີ ດາວຍິງປະສົບການຫລາຍຂອງ ເລສເຕີ ຊິຕີ ທີ່ເຮັດໄດ້ 15 ເກມຕິດຕໍ່ກັນຕັ້ງແຕ່ເດືອນສິງຫາເຖິງທັນວາປີ 2015.

ນອກຈາກນີ້ ຊາລາ ຍັງສ້າງສະຖິຕິມີສ່ວນຮ່ວມກ່ຽວຂ້ອງໃນການເຮັດປະຕູເກມພຣີເມຍລີກ 24 ປະຕູໃນລະດູການນີ້ (15 ປະຕູ, 9 ແອສຊິສ) ໂດຍມີພຽງ ອາລັນ ເຊຍເຣີ ຕຳນານດາວຍິງນິວຄາສເຊິລ ແລະ ທີມຊາດອັງກິດພຽງຄົນດຽວເທົ່ານັ້ນທີ່ເຮັດເອົາໄວ້ໃນລະດູການ 1994 /1995  ທີ່ຍິງປະຕູໄດ້ຫລາຍກວ່າ ກ່ອນໄລຍະຄຣິສມາສໃນລະດູການດຽວ (ມີສ່ວນຮ່ວມ 25 ປະຕູ, ຍິງ 16 ປະຕູ ກັບ 9 ແອສຊິສ)